Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

Posted on 20/03/202321/03/2023 By ປະກາດ Pakaad No Comments on ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເພີ່ມທະວີຄວາມສຳພັນກັບປະເທດລາວໃຫ້ແໜ້ນແຟ້ນຍິ່ງຂຶ້ນ

ວັນທີ 20 ມີນາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ Seunghee Park, ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໄດ້ຖືເປັນກຽດເຂົ້າຢ້ຽມຢາມ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ໃນລະຫວ່າງການຢ້ຽມຢາມ, ທ່ານ Park ໄດ້ລາຍງານກ່ຽວກັບການດຳເນີນທຸລະກິດຂອງຊຳຊຸງ ໃນ ສປປ ລາວ, ກິດຈະກໍາທີ່ສໍາຄັນຈາກ ຊຳຊຸງ ຕໍ່ກັບການສຶກສາຂອງຊາວໜຸ່ມລາວ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາຕໍ່ການພັດທະນາຢ່າງຍືນຍົງໃນອະນາຄົດ.

ທ່ານ Seunghee Park, ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ກ່າວວ່າ: ຊໍາຊຸງ ໄດ້ເຂົ້າມາດຳເນີນທຸລະກິດໃນປະເທດລາວມາເປັນເວລາຫຼາຍກວ່າ 10 ປີແລ້ວ, ໂດຍໄດ້ມີການຮ່ວມມືກັບຄູ່ຮ່ວມງານຫຼາຍໆພາກສ່ວນ ເພື່ອນຳສະເໜີຜະລິດຕະພັນເຕັກໂນໂລຊີໃໝ່ຫຼ້າສຸດ ລວມທັງອຸປະກອນມືຖື ແລະ ເຄື່ອງມືເອເລັກໂຕຼນິກຈາກຊຳຊຸງ ເພື່ອຊີວິດການເປັນຢູ່ທີ່ດີຂອງຄົນລາວ. ພວກເຮົາຍັງໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານຫຼາຍພາກສ່ວນ ເພື່ອປະກອບສ່ວນເຂົ້າໃນການປັບປຸງການສຶກສາຂອງໄວໜຸ່ມ ຜ່ານກິດຈະກໍາເພື່ອສັງຄົມ Love & Care ຂອງພວກເຮົາ.

ນອກຈາກນັ້ນ, ພວກເຮົາກຳລັງເປີດຕົວ ສູນນະວັດຕະກຳຊຳຊຸງ ຫຼື Samsung Innovation Campus ແຫ່ງທຳອິດໃນປະເທດລາວໃນປີນີ້, ໂດຍມີຈຸດປະສົງເພື່ອສະໜອງອຸປະກອນໃຫ້ແກ່ນັກສຶກສາ ເພີ່ມທັກສະທີ່ສາມາດນຳໃຊ້ໄດ້ຈິງໃນອະນາຄົດ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເຕັກໂນໂລຊີສະໄໝໃໝ່ທີ່ກຳລັງຈະມີບົດບາດໃນອະນາຄົດ. ພວກເຮົາເຮັດວຽກຮ່ວມກັບມະຫາວິທະຍາໄລແຫ່ງຊາດລາວ ໃນການກໍ່ສ້າງສູນດັ່ງກ່າວໃຫ້ເປັນຈິງ, ສະໜອງອຸປະກອນ, ລວມເຖິງພັດທະນາຫຼັກສູດການຮຽນການສອນສຳລັບນັກສຶກສາ, ເພື່ອເສີມຂະຫຍາຍຄວາມສາມາດດ້ານດິຈີຕອນຂອງໄວໜຸ່ມ ເພື່ອການພັດທະນາຂອງຄົນຮຸ່ນຫຼັງໃນປະເທດລາວ.

ພິທີລົງນາມໃນບົດບັນທຶກຂໍ້ຕົກລົງໄດ້ຈັດຂຶ້ນໃນວັນທີ 21 ມີນາ 2023 ທີ່ ມະຫາວິທະຍາໄລແຫ່ງຊາດລາວ ເພື່ອເລີ່ມຕົ້ນໂຄງການດັ່ງກ່າວ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຊຳຊຸງ ເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງຄົນລາວ. ພວກເຮົາໄດ້ເຫັນຫຼາຍກິດຈະກໍາທີ່ຊຳຊຸງໄດ້ຈັດຂຶ້ນໃນໄລຍະຜ່ານມາ ແລະ ໂຄງການ Samsung Innovation Campus ກໍຖືວ່າເປັນການລິເລີ່ມທີ່ດີຫຼາຍ. ພວກເຮົາຫວັງວ່າ ການຮ່ວມມືລະຫວ່າງ ຊຳຊຸງ ແລະ ລັດຖະບານລາວ ຈະເຂັ້ມແຂງ ແລະ ແໜ້ນແຟ້ນຍິ່ງຂຶ້ນໃນອະນາຄົດ.

ຊຳຊຸງ ຍັງຖືໂອກາດດັ່ງກ່າວອະທິບາຍເພີ່ມເຕີມກ່ຽວກັບຜົນປະໂຫຍດ ແລະ ຈຸດແຂງຂອງ ປູຊານ ເມື່ອໄດ້ເປັນເຈົ້າພາບໃນການຈັດງານ World Expo 2023 ນີ້ ພາຍໃຕ້ຄຳຂວັນ, “Transforming Our World, Navigating towards a Better Future”.

ຊຳຊຸງ ອີເລັກໂທຣນິກສ໌ ເປັນຜູ້ເຂົ້າຮ່ວມຢ່າງເປັນທາງການຂອງຄະນະກໍາມະການຄັດເລືອກ ສໍາລັບງານ World Expo 2030 ທີ່ ປູຊານ, ສະໜັບສະໜຸນການຄັດເລືອກຂອງ ສ.ເກົາຫລີ ໃນການເປັນເຈົ້າພາບຈັດງານ World Expo 2030 ໃນຖານະພາກເອກະຊົນ. ເຊິ່ງໂອກາດດັ່ງກ່າວຈະມີບົດບາດສຳຄັນໃນການນຳເອົາເຕັກໂນໂລຊີ ແລະ ນະວັດຕະກຳຊັ້ນນຳຂອງທຸກມື້ນີ້ ໃຫ້ສາມາດເຂົ້າເຖິງຜູ້ຄົນໄດ້ຫຼາຍຍິ່ງຂຶ້ນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15
Next Post: ສູນນະວັດຕະກຳຊໍາຊຸງ ເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ

Related Posts

ລາຍລະອຽດການຕັດສິນຂອງສານ : ຈໍາເລີຍທັງ 6 ໃຫ້ການຮ່ວມມື ຈຶ່ງຖືກລົງໂທດແຕ່ເຄິ່ງດຽວ Featured
ເຕືອນການເດີນທາງ 13 ເໜືອ ກາສີ-ພູຄູນ Featured
ທົ່ວປະເທດເພີ່ມ 1702 ນະຄອນຫຼວງວຽງຈັນ 914 Featured
ຜູ້ຕິດເຊື້ອໂຄວິດໃໝ່ 463 ປົວດີອອກໂຮງໝໍ 697 Featured
ເຕືອນໄພເຝົ້າລະວັງຈະມີການປ່ອຍນໍ້າອອກເຂື່ອນນໍ້າງຶ່ມ-1 ຂ່າວສານບ້ານເມືອງ
ແຂວງໄຊຍະບູລີ ຕົວເລກສູງທີ່ສຸດມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme