Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມີນັກຮຽນ 231 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ແພ້ຢາຂ້າແມ່ທ້ອງ

Posted on 25/06/202028/06/2020 By ປະກາດ Pakaad No Comments on ມີນັກຮຽນ 231 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ແພ້ຢາຂ້າແມ່ທ້ອງ

ຈາກການຖະແຫຼງຂ່າວກ່ຽວກັບການກີນຢາຂ້າແມ່ທ້ອງໃນໂຮງຮຽນ ທີ່ເກີດຜົນຂ້າງຄຽງຂອງຢາ ໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໃນເວລາ 15:00 ວັນທີ 25 ມິຖຸນາ ປີ 2020 ນີ້

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຕາງໜ້າຄະນະຮັບຜິດຊອບ ວຽກງານ ການກີນຢາຂ້າແມ່ທ້ອງໃນໂຮງຮຽນປະຖົມ ແລະ ມັດທະຍົມ ທົ່ວ ປະເທດໄດ້ອະທິບາຍດັ່ງນີ້:

I. ຄວາມເປັນມາຂອງໂຄງການກິນຢາຂ້າແມ່ທ້ອງໃນໂຮງຮຽນຢູ່ ສປປ ລາວ

ການຢາຍຢາຂ້າແມ່ທ້ອງໃນໂຮງຮຽນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2005 ເປັນເວລາ 15 ປີ ເຖີງປັດຈຸບັນນີ້ ເຊີ່ງການຈັດ ຕັ້ງປະຕິບັດການກີນຢາ ແມ່ນການຮ່ວມມືລະຫວ່າງສອງກະຊວງຄື ກະຊວງສາທາລະນະສຸກ ແລະ ກະຊວງສືກສາທິການ ແລະ ກິລາ. ພາຍໃຕ້ການສະໜັບສະໜູນຢາຂ້າແມ່ທ້ອງ Medbendazole 500mg ໂດຍບໍລິສັດ Johnson & Johnson ຢູ່ສະຫະລັດອາເມລິກາ ໂດຍຜ່ານອົງການອະນາໄມໂລກ ເຊີ່ງຢາດັ່ງ ກ່າວແມ່ນຜະລິດຢູ່ ປະເທດໂປຕຸເກດ, ຢາດັ່ງກ່າວ ໄດ້ຜ່ານການຢັ້ງຢືນ, ກວດກາ ແລະ ຮັບຮອງຄຸນນະພາບຈາກ ກົມອາ ຫານ ແລະ ຢາ, ກະຊວງ ສາທາລະນະສຸກ ແລະ ອົງການອະນາໄມໂລກ, ໃນທົ່ວໂລກມີ 74 ປະເທດທີ່ຈັດຕັ້ງປະຕິ ບັດການກີນຢາຂ້າແມ່ນທ້ອງໃນໂຮງຮຽນ, ເຊີງໃນນັ້ນໃຊ້ຢາ Mebendazole 23 ປະເທດ ລວມທັງ ສປປ ລາວ ເດັກກຸ່ມເປົ້າໝາຍໃນການກີນຢາ ອາຍຸ 5-14 ປີ ໃນຂອບເຂດທົ່ວປະເທດ.

II. ຈຸດປະສົງ ແລະ ຄວາມສຳຄັນ ຂອງການກີນຢາຂ້າແມ່ທ້ອງ

ຈຸດປະສົງຂອງການກີນຢາຂ້າແມ່ທ້ອງໃນໂຮງຮຽນແມ່ນ ເພື່ອເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ແຂງແຮງ, ເດັກບໍ່ ຂາດສານອາຫານ, ການພັດທະນາຂອງເດັກຈະເລີນເຕີບໂຕໄວ, ເຮັດໃຫ້ການຕິດເຊື້ອຫຼຸດລົງ, ຫຼຸດຜ່ອນອັດຕາການ ຕາຍຂອງເດັກທີ່ເກີດມາຈາກ ພະຍາດແຊກຊ້ອນຕ່າງໆ


III. ຄວາມປອດໄພຂອງຢາ

ຢາຂ້າແມ່ທ້ອງ Medbendazole 500mg ເປັນໜື່ງໃນບັນດາຢາທີ່ປອດໄພກວ່າໝູ່ໃນບັນດາຢາທັງໝົດ, ຢາທີ່ກີນເຂົ້າໄປຈະຖືກຍ່ອຍສະຫຼາຍໃນລຳໄສ້ 4-6 ຊົ່ວໂມງ ແລະ ຖືກຂັບອອກທາງອາຈົມ, ຢາທີກີນໄປແມ່ນຈະ ອອກລິດຢູ່ໃນລຳໄສ້ສ່ວນໃຫຍ່ 98% ແລະ ຈະຖືກດູດຊືມເຂົ້າກະແສເລືອດປະມານ 2 %. ຈາກການເຮັດການສືກສາ ຜ່ານມາທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຢາດັ່ງກ່າວແມ່ນບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງ ເປັນອັນຕະລາຍເຖີງຊີວິດ.


IV. ສະພາບການເກີດຜົນຂ້າງຄຽງຂອງຢາ

ຜົນຈາກການສືກສາດ້ານຄວາມປອດໄພຂອງຢາ mebendazole ຫຼາຍກວ່າ 6500 ຄັ້ງມີການຕີພີມເຜີຍແຜ່ ພົບວ່າຢາດັ່ງກ່າວບໍ່ມີຜົນຂ້າງຄຽງແບບຮຸນແຮງ. ອາການຂ້າງຄຽງຂອງຢາແມ່ນ ມີໜ້ອຍ ແລະ ເປັນແບບຊົ່ວຄາວ ເຊີ່ງ ພົບພຽງ 6.3% ເຊັ່ນ: ເຈັບຫົວ, ວິນຫົວ, ເຈັບທ້ອງ, ປວດຮາກ ແລະ ຮາກ.


V. ການຈັດຕັ້ງປະຕິບັດ, ສະພາບການ ແລະ ການສອບສວນເຫດການ

ການຈັດຕັ້ງການກີນຢາໃນໂຮງຮຽນຄັ້ງນີ້ເລີ່ມຕົ້ນແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາໃນຂອບເຂດທົ່ວ ປະເທດ, ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ, ແຂວງ ມີນ້ອງນັກຮຽນເກີດຜົນຂ້າງ ຄຽງພາຍ ຫຼັງກີນຢາຂ້າແມ່ທ້ອງ ຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ), ເຊີ່ງນັກຮຽນ ທັງໝົດມີອາການແບບ ເບົາບາງ ເຊັ່ນ: ເຈັບຫົວ, ວິນຫົວ, ປວດຮາກ, ຮາກ ແລະ ຖອກທ້ອງ. ອາການຂອງນັກຮຽນ ທັງໝົດແມ່ນຫາຍດີຫມົດທຸກຄົນແລ້ວ, ສະພາບເຊົ້ານີ້ຍັງມີບາງແຂວງລາຍງານກໍລະນີໃໝ່ ເຂົ້າມາ ທາງທີມງານຈະຕິດຕາມ ແລະ ກວດກາຢ່າງໃກ້ຊິດຕື່ມ.


VI. ມາດຕະການໃນການແກ້ໄຂ

  • ຕໍ່ເຫດການທີ່ເກີດຂຶ້ນ ທີ່ມີນ້ອງນັກຮຽນມີການຂ້າງຄຽງ ພາຍຫຼັງກິນຢາຂ້າແມ່ທ້ອງ ແລະໄປປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ກະຊວງສາທາ ຮ່ວມກັນກັບກະຊວງສຶກສາ ແລະອົງການອະນາໄມໂລກ ໄດ້ຮີບຮ້ອນສົ່ງທີມງານວິຊາການ ລົງໄປເກັບກຳຂໍ້ມູນ ແລະ ສອບສວນເຫດການດັ່ງກ່າວ ເຊິ່ງສາມາດສັງລວມໄດ້ດັ່ງນີ້: (ຕື່ມຂໍ້ມູນກ່ຽວກັບກໍລະນີລາຍງານ)
  • ພາຍຫຼັງການປຶກສາຫາລືກັນລະຫວ່າງທີມງານທີ່ຮັບຜິດຊອບວຽກງານການຢາຍຢາຂ້າແມ່ທ້ອງ ແລະ ອົງການອະນາໄມໂລກ ແມ່ນເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງເປັນການຊົ່ວຄາວ ເພື່ອດຳເນີນການສອບສວນຕໍ່ເຫດການດັ່ງກ່າວ ແລະກວດກາຄືນຄຸນະພາບຢາຂ້າແມ່ທ້ອງທີ່ແຈກຢາບໃນ ສປປ ລາວ ໂດຍຮ່ວມກັບອົງການອະນາໄມໂລກ ເຊິ່ງຈະໄດ້ສົ່ງຢາໄປກວດຢູ່ ສສ ຫວຽດນາມ. ພວກເຮົາຈະມີການໃຫ້ຂໍ້ມູນຂ່າວສານແກ່ພໍ່ແມ່ຜູ້ປົກຄອງຕື່ມພາຍຫຼັງໄດ້ຮັບຜົນການກວດກາຄຸນະພາບຢາແລ້ວ.

ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ້ ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.

ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ປະຊາຊົນບ້ານປາກກະດິງ ພົບເງິນເບ້ຍບູຮານ ອາຍຸຫຼາຍຮ້ອຍປີ
Next Post: ປີ 2020 ນີ້ ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ

Related Posts

ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ Featured
ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ ຂ່າວສານບ້ານເມືອງ
EDL ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ Featured
ສປປລາວ ສັກວັກຊິນເຂັມ 1 ໄດ້ 75,35% ແລະ ຄົບເຂັມໄດ້ 60,26% Featured
ຄະນະສະເພາະກິດ ອອກຄໍາແນະນໍາ ການຈັດງານຊາປະນະກິດສົບ Featured
ດ່ວນ !!! ສືບຕໍ່ໂຈະການຮຽນ-ການສອນໃນຂອບເຂດທົ່ວປະເທດ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme