Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ

Posted on 03/08/202003/08/2020 By ປະກາດ Pakaad No Comments on ທ່ານອຸປະທູດການາດາເຂົ້າຢ້ຽມຢາມ ທ່ານຮອງເຈົ້າແຂວງສະຫວັນນະເຂດ ພ້ອມປຶກສາຫາລືການພັດທະນາເສດຖະກິດ-ສັງຄົມຂອງແຂວງ

ວັນທີ 30 ກໍລະກົດ 2020 ນີ້, ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງສະຫວັນ ນະເຂດ, ທ່ານ ທີມ ແອັດເວີດສ (Timothy Edwards) ອຸປະທູດ ຫົວໜ້າຫ້ອງການຕາງໜ້າສະຖານທູດການາດາ ປະຈໍາ ສປປ ລາວ ເຂົ້າພົບປະຢ້ຽມຢາມ ທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອປຶກສາຫາລືໃນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະ ການຮ່ວມມືໃນຕໍ່ໜ້າ.


ໂອກາດນີ້, ທ່ານຮອງເຈົ້າ ແຂວງສະຫວັນນະເຂດ ໄດ້ລາຍ ງານສະພາບການພັດທະນາເສດ ຖະກິດຂອງແຂວງ ທີ່ມີສະພາບ ໂດຍລວມແມ່ນມີທ່າຂະຫຍາຍ ຕົວດີ, ແຕ່ຍັງມີຄວາມຫຍຸ້ງຍາກ ຢູ່ກ່ຽວກັບສະພາບຂອງໂຄວິດ-19 ທີ່ກະທົບໃສ່ ໂດຍສະເພາະ ເສດຖະກິດດ້ານຊາຍແດນ ເລື່ອງສິນຄ້າ, ອັດຕາເງິນເຟີ້, ຈາກນັ້ນ ທ່ານ ອຸປະທູດການາດາ ຍັງໄດ້ມີຄວາມສົນໃຈກ່ຽວກັບວິທີການຊ່ວຍເຫຼືອຂອງລັດຖະບານ ຕໍ່ປະຊາຊົນພາຍຫຼັງການລະບາດຂອງພະຍາດໂຄວິດ -19, ພ້ອມທັງການພັດທະນາ ເຂດເສດຖະກິດພິເສດສະຫວັນ-ເຊໂນ, ຍຸດທະສາດການພັດທະ ນາ ແລະ ແລວທາງເສດຖະກິດຕາ ເວັນອອກ-ຕາເວັນຕົກທັງດ້ານ ຕັ້ງໜ້າທີ່ປະສົບຜົນສໍາເລັດ, ຂໍ້ຫຍຸ້ງຍາກ ແລະແຜນການ ສືບຕໍ່ຕ່າງໆຂອງແຂວງ.


ຕໍ່ການຊັກຖາມດັ່ງກ່າວ, ທ່ານຮອງເຈົ້າແຂວງໄດ້ໃຫ້ຮູ້ ວ່າ: ການຊ່ວຍເຫຼືອ ແລະຊຸກຍູ້ປະ ຊາຊົນຕໍ່ຜົນກະທົບຈາກພະຍາດ ໂຄວິດ-19 ແມ່ນໄດ້ຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນຫັນໃສ່ການປູກ ຝັງ-ລ້ຽງສັດໃຫ້ຫຼາຍຂຶ້ນ, ຍ້ອນ ໄລ່ສະເລ່ຍແລ້ວແຮງງານລາວ ທີ່ກັບມາຈາກປະເທດໄທ 37 ພັນກວ່າຄົນນັ້ນຈຳນວນຫຼາຍ ທີ່ສຸດແມ່ນປະກອບອາຊີບເສີບ ຕາມຮ້ານອາຫານ, ແມ່ບ້ານໃນ ເຮືອນ, ຄ້າຂາຍ, ຂີດຢາງ, ໂດຍ ແຮງງານທີ່ຢູ່ຕາມໂຮງຈັກໂຮງ ງານມີພຽງແຕ່ 200-300 ຄົນ ເທົ່ານັ້ນ, ເຊິ່ງພາຍໃນເຂດເສດ ຖະກິດພິເສດສະຫວັນ-ເຊໂນ ແມ່ນມີຄວາມຕ້ອງການສີມືແຮງ ງານແຕ່ແຮງງານທີ່ຢູ່ຕາມໂຮງ ງານຊໍ້າພັດມີໜ້ອຍ, ດັ່ງນັ້ນການ ນຳແຂວງ ຈຶ່ງໄດ້ປຶກສາຫາລືໃຫ້ ແຮງງານດັ່ງກ່າວຫັນໃສ່ການ ປູກຝັງ-ລ້ຽງສັດເປັນຕົ້ນຕໍ, ພ້ອມທັງປະສານກັບບັນດາບໍລິສັດໃຫຍ່ໆຄື: ບໍລິສັດບໍ່ຄໍາ, ໂຮງ ງານຊັນເປເປີ, ໂຮງງານອ້ອຍ, ບໍ່ຫີນກາວເພີ່ມເຕີມ. ສໍາລັບຍຸດ ທະສາດ ຮອດປີ 2030 ຖ້າບໍ່ມີພະ ຍາດໂຄວິດ-19 ແລ້ວທາງແຂວງ ຈະສືບຕໍ່ສົ່ງເສີມການຜະລິດ, ການບໍລິການ, ການຄ້າ, ກະສິ ກໍາ, ພ້ອມເລັ່ງໃສ່ໂຄງການຫຼຸດ ຜ່ອນຄວາມທຸກຍາກຂອງປະ ຊາຊົນຍ້ອນພາຍໃນ 14 ເມືອງ, 1 ນະຄອນຂອງແຂວງ ຍັງມີຄອບ ຄົວທີ່ທຸກຍາກຫຼາຍ./.

ສະຫວັນພັດທະນາຂ່າວ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9
Next Post: ມອບ-ຮັບ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ

Related Posts

ພະຍາກອນອາກາດ ປະຈໍາວັນທີ 25 ມັງກອນ 2022 Featured
ມາດຕະການປ້ອງກັນ ສະກັດກັ້ນ ແລະ ແກ້ໄຂ ການລະບາດພະຍາດໂຄວິດ ສະບັບໃໝ່ Featured
ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ Featured
ຄວາມໜາວຈາກປະເທດຈີນສືບຕໍ່ປົກຄຸມຢູ່ທົ່ວໜາວທົ່ວທຸກພາກ Featured
ແຜ່ນດິນໄຫວທີ່ເມືອງຍອດອຸວັດແທັກໄດ້ 4,8 ຣິກເຕີ ຂ່າວສານບ້ານເມືອງ
ສາທາແຂວງຫຼວງພະບາງແຈ້ງການສັກຢາວັກຊິນໃຫ້ເດັກ 12 ປີ ຂຶ້ນໄປແລະ ວັກຊິນເຂັມ 3 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme