Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ

Posted on 10/07/202010/07/2020 By ປະກາດ Pakaad No Comments on ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ

ຜູ້ຊ່ວຍຜູ່ອໍານວຍການການຄ້າ ເວົ້າເຖິງເວທີເຈລະຈາຈັບຄູ່ທຸລະກິດ ໄທ-ລາວ ເພື່ອເພີ່ມສັກກະຍາພາບການຄ້າ, ການລົງທຶນ ເຊື່ອມໂຍງກັບກຸ່ມປະເທດລຸ່ມແມ່ນໍ້າຂອງພາຍໃຕ້ຫົວຂໍ້ “ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ”

ເມື່ອວັນທີ 3 ກໍລະກົດ 2020 ( 2563 ) ທ່ານນາງ ປະວິຕາ ມ່ວງສະກຸນ ຜູ້ຊ່ວຍຜູ້ອໍານວຍການສໍານັກງານສົ່ງເສີມການຄ້າຕ່າງປະເທດຢູ່ວຽງຈັນ ໄດ້ເປີດເຜີຍເຖິງການຈັດໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລໄທ-ສ ປ ປລາວ ( THAI-LAO Business matching online 2020 ) ເວທີເຈລະຈາຈັບຄູ່ທຸລະກິດ ໄທ-ລາວ ເພີ່ມສັກກະຍາພາບການຄ້າ, ການລົງທຶນ ເຊື່ອມໂຍງກຸ່ມປະເທດລຸ່ມແມ່ນໍ້າຂອງ ລະຫວ່າງວັນທີ 30 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ ສ ປ ປລາວ ວ່າເວທີດັ່ງກ່າວ ທາງສໍານັກງານສົ່ງເສີມການຄ້າລະຫວ່າງປະເທດກະຊວງການຄ້າແຫ່ງລາດຊະອານາຈັກໄທ ຂໍເຊີນຜູ້ປະກອບການສິນຄ້າແບນໄທພົບປະນັກທຸລະກິດ ສ ປ ປລາວ ໂດຍການຈັດ Business matching online ດັ່ງກ່າວ ມີວັດຖຸປະສົງເພື່ອເພີ່ມຊ່ອງທາງ ແລະ ໂອກາດທາງການຕະຫຼາດ ໃຫ້ຜູ້ປະກອບການໄທ ແລະ ປະະເທດເພື່ອນບ້ານມີໂອກາດພົບປະເຈລະຈາການຄ້າ ແລະ ເພີ່ມໂອກາດທາງທຸລະກິດຮ່ວມກັນ ສົ່ງເສີມພາບລັກເຜີຍແຜ່ປະຊາສໍາພັນສິນຄ້າໃຫ້ເປັນທີ່ຮູ້ຈັກທັງໃນ ແລະ ຕ່າງປະເທດ ລວມທັງສ້າງລາຍໄດ້ໃຫ້ຜູ້ປະກອບການ ພາຍໃຕ້ຫົວຂໍ້ “ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ”


ຂໍເຊີນຜູ້ປະກອບການແລະຜູ້ສົນໃຈຮ່ວມໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລລະຫວ່າງຜູ້ປະກອບການຊັ້ນນໍາຈາກໄທ ແລະ ສ ປ ປລາວ ເພື່ອຂະຫຍາຍຊ່ອງທາງການດໍາເນີນທຸລະກິດ ແລະ ສ້າງໂອກາດທາງການຄ້າ ແລະ ແນວຄິດ “ສ້າງໂອກາດທາງການຄ້າ ຈັບຄູ່ທຸລະກິດ” ໂດຍມີກິດຈະກໍາການຈັບຄູ່ທຸລະກິດຊັ້ນນໍາຂອງໄທ ແລະ ສ ປ ປລາວ ໃຫ້ຄໍາປຶກສາເພື່ອທຸລະກິດສົ່ງອອກໄປ ສ ປ ປລາວ, ການລົງທຶນ ແລະ ແຟນໄຊ ເຊິ່ງຈັດໂດຍສໍານັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ວຽງຈັນ ເຊິ່ງລົງທະບຽນເຂົ້າຮ່ວມຟຣີ! ໂດຍບໍ່ມີຄ່າໃຊ້ຈ່າຍໄດ້ທີ່

http://www.businesstradingcenter.com


ໂດຍສະໝັກຕັ້ງແຕ່ມື້ນີ້-ວັນທີ 03 ສິງຫາ 2020 ນີ້” ທ່ານນາງ ປະວິຕາ ກ່າວ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ປະທານປະເທດ ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າຍອດຫ້ວຍທ່າຮາວ
Next Post: ມວນຊົນຊາວຫຼວງພະບາງຮ່ວມກັນໃສ່ບາດ ແລະບໍລິຈາກເລືອດໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ

Related Posts

ຫົວແຕກ! ກະບະຕໍາກໍາແພງກາງເດິກ ທີ່ບ້ານທົ່ງຕູມ Featured
ລາຍງານຕິດເຊື້ອໃໝ່ເກືອບທົ່ວປະເທດຍົກເວັ້ນແຂວງໄຊສົມບູນ Featured
ຈັບໄດ້ແລ້ວ ! ຜູ້ກໍ່ເຫດປິດຊີບສອງເອື້ອຍ-ນ້ອງຢູ່ບ້ານແສງສະຫວ່າງ ຂ່າວສານບ້ານເມືອງ
ຊຸມຊົນຍັງລະບາດໜັກມີເສຍຊີວີດອີກສອງຄົນ Featured
ລັດຖະບານລາວ ຮ່ວມມືກັບ ອົງການສາກົນ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ Featured
ຕິດເຊື້ອໃໝ່ 1.291 ຄົນ ນະຄອນຫຼວງວຽງຈັນ 615 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme