Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເກີດເຫດດິນຍຸບຕົວທີ່ເມືອງຜາອຸດົມ ແຂວງບໍ່ແກ້ວ ສາເຫດອາດເກີດຍ້ອນແຜ່ນດິນໄຫວ!!!

Posted on 02/06/202102/06/2021 By ປະກາດ Pakaad No Comments on ເກີດເຫດດິນຍຸບຕົວທີ່ເມືອງຜາອຸດົມ ແຂວງບໍ່ແກ້ວ ສາເຫດອາດເກີດຍ້ອນແຜ່ນດິນໄຫວ!!!

ພາຍລັງປະຊາຊົນ ບ້ານບ້ານປຸງລາດນ້ອຍ ແລະ ບ້ານໂຮມສຸກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

ພົບເຫັນເຫດການດິນຍູບໃນກາງເດືອນ ພຶດສະພາ ແລະ ລາຍງານຕໍ່ຂະແໜງການທີ່ກ່ຽວຂ້ອງວ່າບໍ່ລິເວນບ້ານດັ່ງກ່າວມີເຫດການດີຍູບໂດຍບໍ່ຮູ້ສາເຫດ ດັ່ງນັ້ນ ທ້າຍເດືອນພຶດສະພາ 2021 ຜ່ານມານີ້ ທ່ານ ເຂິ່ງຄຳ ຫຼວງໂຄດ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ຜາອຸດົມ ສົມທົບກັບຂະແໜງການກ່ຽວຂ້ອງ ໃນການລົງກວດກາ ເພື່ອຊອກຫາສາເຫດ ແລະ ເກັບຂໍ້ມູນໃນເບື້ອງຕົ້ນ ກ່ຽວກັບປະກົດການດິນຍຸບຕົວ ຢູ່ກາງທົ່ງນາ ແລະ ກາງເສັ້ນທາງ ຢູ່ເຂດບ້ານປຸງລາດນ້ອຍ ແລະ ບ້ານໂຮມສຸກ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ.

.

ການຍຸບຕົວຂອງດິນ ມີລັກສະນະລຽນເປັນແຖວຕາມແນວຊື່ ແລະ ກະຈາຍໄປເປັນບໍລິເວນກວ້າງ ເຮັດໃຫ້ເກີດເປັນຂຸມ, ເປັນຮູ ທີ່ນ້ອຍ-ໃຫຍ່ ແຕກຕ່າງກັນໄປ ເຊິ່ງມີຈໍານວນທັງໝົດ 7 ຈຸດ, ລວມມີ 25 ຂຸມ,ມີເສັ້ນຜ່າໃຈກາງຂອງຂຸມ ປະມານ 1 – 7 ແມັດ ແລະ ມີຄວາມເລີກປະມານ 1 – 6 ແມັດ ແລະ ບາງຂຸມກໍ່ມີນໍ້າອອກບໍ່ ສ່ວນຄວາມເສຍຫາຍໃນເບື້ືອງຕົ້ນ ແມ່ນມີເນື້ອທີ່ນາປະມານ 0,48 ເຮັກຕາ ແລະ ມີເສັ້ນທາງເສຍຫາຍ 1 ຈຸດ ມີເສັ້ນຜ່າໃຈກາງ 5,5 ແມັດ ແລະ ມີຄວາມເລີກ 3,8 ແມັດ.

ສັນນິຖານສາເຫດ ໃນເບື້ອງຕົ້ນຂອງທີມງານ ແມ່ນເກີດຈາກຫຼາຍກໍລະນີ ເປັນຕົ້ນແມ່ນ: ຍ້ອນການເກີດແຜ່ນດິນໄຫວ ທີມີຄວາມແຮງ 0,1 – 0,5 ຮິກເຕີ ໃນຄວາມເລີກໃຕ້ດິນ 1.500 – 2.000 ແມັດ, ຍ້ອນຮອຍເລື່ອນເກົ່າໃນຫຼາຍປີທີຜ່ານມາ ແລະ ຍ້ອນນໍ້າໃຕ້ດິນບົກແຫ້ງ, ໜ້າດິນມີການເບາະບາງ ເຮັດໃຫ້ດິນບໍ່ສາມາດຮັບນໍ້າໜັກໃນເວລາມີຝົນຕົກໄດ້ ຈຶ່ງເຮັດໃຫ້ດິນຊຸດຕົວລົງ. ຕໍ່ກັບເຫດການດັງກ່າວ ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານໄດ້ ນໍາພາປະຊາຊົນ ເຮັດເຄື່ອງໝາຍອັນຕະລາຍ ແລະ ລ້ອມຮົ້ວອ້ອມບໍລິເວນດິນຍຸບດັງກ່າວໄວ້ ແລະ ເກັບກໍາຂໍ້ມູນລະອຽດລາຍງານຕໍ່ຂັ້ນເທິງ ເພື່ອສຳຫຼວດ ແລະ ການວິໄຈ ຫາສາເຫດທີ່ແທ້ຈິງ ໃນຄັ້ງຕໍ່ໄປ.

ຂ່າວ: ຄໍາຜົງ ຟອງສະຫວ່າງພາບ: ພູທອນ ແສນສານ

ຂ່າວສານບ້ານເມືອງ

Post navigation

Previous Post: ສປ.ຈີນ ປະກາດ ຊ່ວຍວັກຊິນ ສປປ ລາວ ອີກ 5 ແສນໂດສ
Next Post: ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ

Related Posts

ໜັກໜ່ວງຈາກໄປພ້ອມກັນສີ່ຄົນທີ່ນະຄອນວຽງຈັນ Featured
ອົດສະຕາລີ ຊ່ວຍວັກຊິນໄຟເຊີແກ່ ສປປລາວ 905.580 ໂດສ Featured
ປີ 2020 ນີ້ ເມືອງປາກຊ່ອງ ຕັ້ງເປົ້າປູກຕົ້ນໄມ້ໃຫ້ໄດ້ 250 ເຮັກຕາ Featured
ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020 Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme