ໄຊຍະບູລີ: ໃນຕອນເຊົ້າວັນທີ 20 ກໍລະກົດ 2020 ນີ້ ເມືອງໄຊຍະບູລີ ໄດ້ຈັດພິທີທາງພຸດທະສາສະໜາບວດວັງສະຫງວນ 3 ຈຸດຢູ່ເຂດບ້ານຫ້ວຍຂົວຫລວງ, ບ້ານຄົກຟາກ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພັນໂທ ບຸນນັດ ແກ້ວອາລຸນ ຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນເຂດດັ່ງກ່າວເຂົ້າຮ່ວມ.

ໃນພິທີ ທ່ານ ສິນສະໝຸດ ອຸ່ນບຸນດີສານ ຫົວໜ້າໂຄງການຄຸ້ມຄອງວັງສະຫງວນ ບໍລິສັດຟີໄບໂອ ໄດ້ຂຶ້ນຜ່ານບົດສະຫລຸບຫຍໍ້ໃນການຄຸ້ມຄອງວັງສະຫງວນ ຈໍານວນ 3 ຈຸດ.
ວັງສະຫງວນ ໄດ້ຮັບການກຳນົດໃນປີ 2014, ມາຮອດປັດຈຸບັນນີ້ ມີ 3 ວັງສະຫງວນ ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນອະນຸລັກຂົງເຂດວິທະຍາທີ່ຫລໍ່ແຫລມ ( C.P.E.F ) ປະກອບມີ 3 ຈຸດຄື: ວັງສະຫງວນຫ້ວຍຂົວຫລວງ ມີຄວາມຍາວ 2.200 ແມັດ, ວັງສະຫງວນຄົກຟາກ ມີຄວາມຍາວ 569 ແມັດ ແລະ ວັງສະຫງວນເຂດປາກປຸຍ ມີຄວາມຍາວ 680 ແມັດ

ໄດ້ສໍາຫລວດໃນປີ 2012 ເພື່ອຂໍທຶນຊ່ວຍເຫລືອສ້າງຕັ້ງວັງສະຫງວນ ແລະ ໄດ້ມີການຝຶກອົບຮົມທີມງານກວດກາລາດຕະເວນຕ່າງໆໄດ້ເປັນຢ່າງດີ ແລະ ບໍລິສັດ ຍັງໄດ້ມອບອຸປະກອນເປັນຕົ້ນແມ່ນ ເຮືອໂຟນີ, ກ້ອງຊ່ອງທາງໄກ, ເສື້ອຊູຊີບ ເພື່ອນໍາໃຊ້ເຂົ້າໃນວຽກງານລາດຕະເວນ ແລະ ການປົກປັກຮັກສາວັງສະຫງວນໃຫ້ຢືນຍົງຕະຫລອດໄປ.

ຈາກນັ້ນໃນພິທີກໍ່ໄດ້ຈັດພິທີບວດວັງສະຫງວນຕາມຮີດຄອງປະເພນີ ແລະໄດ້ມີການປ່ອຍປາ ຈໍານວນ 20.000 ກວ່າໂຕ, ປາ ທີ່ນໍາມາປ່ອຍປະກອບມີ: ປາໄນ, ປາອິນເດຍ ແລະ ປາປາກ.
ຂ່າວ ແລະ ພາບ: ວັນທອງ ກັນທະວົງ
