Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ

Posted on 18/06/2020 By ປະກາດ Pakaad No Comments on ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ

ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ.


ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງບໍລິຫານສູງສຸດ

ໃນການຕົກລົງ ແລະ ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການ ເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ແລະ ສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງໃນປີຕໍ່ໄປ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງໃນປີຕໍ່ໄປ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດ, ພ້ອມນີ້, ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການທີ່ສຳຄັນພາຍໃນຂອງ ທຫລ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ

ຂ່າວສານບ້ານເມືອງ

Post navigation

Next Post: ຖໍ້າກອງລໍ ສາຍນໍ້າຫີນບູນ ໄຫຼຜ່ານອຸໂມງທີ່ງົດງາມ

Related Posts

ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 Featured
ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME Featured
ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9-11 ກັນຍາ 2022 Featured
ຜູ້ນຳຂອງ 3 ພັກ ລາວ- ຫວຽດນາມ-ກຳປູເຈຍ ພົບປະກັນທີ່ນະຄອນຫຼວງ ຮ່າໂນຍ Featured
ຝົນຈະຕົກ 30-60% ຂອງພື້ນທີ່ ໃນແຕ່ລະພາກມື້ນີ້ 30 ສິງຫາ 2021 Featured
ນະຄອນຫຼວງວຽງຈັນມີບ້ານແດງ115ບ້ານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme