ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022
![](https://pakaad.com/wp-content/uploads/2023/03/fb_img_16781985604163918376662397291300.jpg)
ໃນຕອນເຊົ້າຂອງວັນທີ 28 ກຸມພາ 2023 ຢູ່ທີ່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2022 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ,
![](https://pakaad.com/wp-content/uploads/2023/03/fb_img_16781985577878138858942684725729-1024x683.jpg)
ໃຫ້ກຽດເຂົ້າຮ່ວມມີ ທ່ານ ບັນດິດ. ສຈ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຜູ້ແທນກອງປະຊຸມຈາກ ລລທ ສູນກາງ, ລລທ ສາຂາແຂວງທົ່ວປະເທດ, ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມທັງໝົດ 262 ທ່ານ.
![](https://pakaad.com/wp-content/uploads/2023/03/fb_img_16781985649622386861774698538953-1024x350.jpg)
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານດຳເນີນທຸລະກິດໃນປີ 2022 ແລະ ທິດທາງແຜນການໃນປີ 2023 ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ທີ່ ລາວ ໂທລະຄົມ ສາມາດຍາດແຍ່ງມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນແມ່ນ:
![](https://pakaad.com/wp-content/uploads/2023/03/fb_img_1678198567328328933317716782280-1024x548.jpg)
ໄດ້ລົງ ທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມມີມູນຄ່າທັງໝົດ 18,9 ລ້ານໂດລາສະຫະລັດ; ປັດຈຸບັນມີສະຖານີມືຖືທັງໝົດ 10.792 ສະຖານີ ໃນນີ້: GSM 2G ຈໍານວນ 1.958 ສະຖານີ, 3G ຈໍານວນ 3.303 ສະຖານີ, 4G ຈໍານວນ 4.718 ສະຖານີ, 4.5G ຈໍານວນ 780 ສະຖານີ ແລະ 5G ຈຳນວນ 33 ສະຖານີ (ປັດຈຸບັນສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ75%), IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 118.635 Ports ກວມ 35% ຂອງຫຼັງຄາເຮືອນໃນທົ່ວປະເທດ.
![](https://pakaad.com/wp-content/uploads/2023/03/fb_img_16781985697145382085769352372276-1024x598.jpg)
ທັງໝົດເຫຼົ່ານັ້ນ ມັນໄດ້ກາຍເປັນປັດໃຈຫຼັກທີ່ພັກດັນໃຫ້ ລາວ ໂທລະຄົມ ສາມາດຂະຫຍາຍຖານລູກຄ້າ ໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນມີລູກຄ້າມີລູກຄ້າໃຊ້ບໍລິການຕົວຈິງຈໍານວນ 2.652.739 ເລກໝາຍ; ໃນປີ 2022 ຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ 1.661,89 ຕື້ກີບ (ລວມອາກອນ), ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດຈຳນວນ 191,70 ຕື້ກີບ, ເຊິ່ງກວມເອົາອັດຕາສ່ວນ 13,40 % ຂອງລາຍຮັບທີ່ ລາວ ໂທລະຄົມ ປະຕິບັດໄດ້ໃນປີ 2022, ນອກຈາກນັ້ນ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປະກອບ ສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມເປັນມູນຄ່າ 3,4 ຕື້ກ່ວາກີບ ແລະ ຍັງໄດ້ສືບຕໍ່ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງໃນມູນຄ່າຫຼາຍກວ່າຕື້ກີບ.
![](https://pakaad.com/wp-content/uploads/2023/03/fb_img_16781985717925652421458461177488-1024x683.jpg)
ແຜນການປີ 2023 ນີ້, ລາວ ໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.684,78 ຕື້ກີບ (ລວມອາກອນ), ທຽບໃສ່ປີ 2022 ເພີ່ມຂຶ້ນ 9,4% ຄາດຄະເນກໍາໄລສຸດທິໃຫ້ໄດ້ 169,6 ຕື້ກີບ ແລະ ຄາດຄະເນວ່າຈະສາມາດປະຕິບັດພັນທະໃຫ້ລັດຖະບານຈຳນວນ 220,2 ຕື້ກີບ; ນອກຈາກນັ້ນຍັງຈະໄດ້ລົງທຶນທັງໝົດ 18,98 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ໃຫ້ຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ທັງໝົດເຫຼົ່ານີ້ກໍ່ເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.
![](https://pakaad.com/wp-content/uploads/2023/03/fb_img_16781985749983610453459021159927-1024x239.jpg)