Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສູນຫາຍ5ຄົນເຫດເຮືອຫຼົ້ມທີ່ອ່າງນໍ້າໄຜ່ຍັງໄຮ້ວີແວວ

Posted on 14/10/202114/10/2021 By ປະກາດ Pakaad No Comments on ສູນຫາຍ5ຄົນເຫດເຮືອຫຼົ້ມທີ່ອ່າງນໍ້າໄຜ່ຍັງໄຮ້ວີແວວ

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນແລງວັນທີ 13 ຕຸລາ 2021 ເວລາປະມານ 17:30 ນາທີ ເກີດເຫດ ເຮືອຫຼົ້ມທີ່ອ່າງນໍ້າໄຜ່, ບ້ານໜອງພູນໄຊ, ເມືອງລ່ອງແຈ້ງແຂວງໄຊສົມບູນ. ເຊິ່ງຂໍ້ມູນເບື້ອງຕົນ ແຈ້ງໃຫ້ຮູ້ວ່າມີຜູ້ສູນຫາຍ 5 ຄົນ. ປະຈຸບັນທາງເຈົ້າໜ້າທີ່ກ່ຽວຂ້ອງ ແລະ ປະຊາຊົນ ແມ່ນພາກັນຄົ້ນຫາ.

ນີ້ເປັນເຫດການທີ່ເສົ້າໃຈ ເນື່ອງຈາກອ່າງນໍ້າມີຄວາມເລິກ ແລະ ການຄົ້ນຫາ ບໍ່ທັນມີອຸປະກອນທີ່ສາມາດ ດໍາລົງໄປຊອກຫາຜູ້ສູນຫາຍໄດ້ຢ່າງທັນເວລາ, ຄົງຕ້ອງໄດ້ ຖ້າອີກສອງສາມວັນຈົນກວ່າສົບຜູ້ສູນຫາຍຈະຟູຂຶ້ນມາເອງ.

.

ໃນຕອນແລງຂອງວັນທີ 13 ຕຸລາ 2021 ຜ່ານນີ້, ເວລາປະມານ 17:00 ໂມງ ໄດ້ເກີດອຸບັດຕິເຫດເຮືອຫລົ້ມ ຢູ່ທີ່ອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈຳນວນ 2 ລຳ ທີ່ກັບຈາກການກ່ຽວເຂົ້າທີ່ຂີ່ໄລ່ກົ້ນກັນມາ ມີຈຳນວນຄົນຢູ່ພາຍໃນເຮືອທັງໝົດ 19 ຄົນ, ເປັນປະຊາຊົນບ້ານໜອງພູນໄຊ ເມືອງລ້ອງແຈ້ງ. ໄດ້ເກີດອຸປະຕິເຫດເຮືອຕຳກັນ ສາເຫດຍ້ອນຈັກເຮືອຂັດຂ້ອງ ເຮັດໃຫ້ເຮືອຫລົ້ມທັງ 2 ລຳ.

ເຊິ່ງໃນນັ້ນມີຜູ້ສູນຫາຍຈຳນວນ 5 ຄົນ, ຍິງ 3 ຄົນ ເຊິ່ງມີລາຍຊື່ດັ່ງນີ້: ທ. ທອງພັນ ອາຍຸ 63 ປີ, ນ. ວຽງ ອາຍຸ 55 ປີ, ນ. ສອນ ອາຍຸ 21 ປີ, ທ. ດວງ ອາຍຸ 22 ປີ, ນ. ເດັກ ອາຍຸ 28 ປີ. ສວ່ນອີກ 14 ຄົນແມ່ນສາມາດລ່ອຍນໍ້າເຂົ້າຝັ່ງໄດ້.

ຈຸດເກີດເຫດແມ່ນຫ່າງຈາກຝັ່ງປະມານ 100 ກວ່າແມັດ, ເລິກ 25 ແມັດ, ຕອນນີ້ຍັງບໍ່ທັນພົບຜູ້ສູນຫາຍທັງ 5 ຄົນ. ສະນັ້ນ ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຮູ້ ແລະ ຂໍຄວາມຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຊອກຄົ້ນກອບກູ້ເອົາຜູ້ສູນຫາຍ ແລະ ຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍໃນຄັ້ງນີ້ດ້ວຍ

ຂໍ້ມູນຈາກ

ຂ່າວສານບ້ານເມືອງ

Post navigation

Previous Post: ສອງມື້ໂຄວິດເຈາະຄ້າຍຄຸມຂັງຕິດ359ຄົນ
Next Post: ດ່ວນເດີເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນໍ້າອອກອ່າງ

Related Posts

ແຈ້ງການດ່ວນ! ຫ້າມບຸກຄົນ ເຂົ້າ-ອອກ ເທດສະບານເມືອງທ່າແຂກເດັດຂາດ Featured
ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022 Featured
ກຽມຮັບນັກທ່ອງທ່ຽວ ເລີ່ມ 1 ພຶດສະພາ 2022 Featured
ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ 2020 Featured
ອາຍຸ 12 ປີຂຶ້ນໄປຈະໄດ້ຮັບການສັກຢາວັກຊິນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme