Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລົດ 22 ລໍ້ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່ 1 ຄົນ ບາດເຈັບ 1 ຄົນ

Posted on 02/05/202202/05/2022 By ປະກາດ Pakaad No Comments on ລົດ 22 ລໍ້ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່ 1 ຄົນ ບາດເຈັບ 1 ຄົນ

ລົດ 22 ລໍ້ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່ 1 ຄົນ ບາດເຈັບ 1 ຄົນ

ໃນວັນທີ 02 ພຶດສະພາ 2022 ເວລາ 10:47ນາທີ ໄດ້ຮັບແຈ້ງຈາກເຈົ້າຫນ້າທີ່ຕຳຫລວດຜ່ານເບີ 0711625 ວ່າມີອຸບັດຕິເຫດລົດບັນທຸກ22ລໍ້ເສຍລັກປີ້ນລົງຂ້າງທາງຢູ່ເສັ້ນທາງບ້ານປົງດົງ ເມືອງນານ ແຂວງຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີເພດຍິງ 1 ຄົນ ແລະ ຜູ້ບາດເຈັບເພດຊາຍ 1.

-ຜູ້ທີ່01 (ເພດຊາຍ)ມີບາດແຜເລີ້ນໃຫຍ່ຢູ່ແຂນເບື້ອງຊ້າຍແລະມີບາດແຜເລີ້ນຕາມເລົາຄີງແລະຂາ

-ຜູ້ທີ່02 (ເພດຍິງ) ແມ່ນເສຍຊີວິດຄາທີ ຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດຊື່ ນາງທີວີ ອາຍຸ 17 ປີ ບ້ານຢູ່ປັດຈຸບັນຢູ່ບ້ານສາມກາງ ເມືອງແບງ ແຂວງອຸດົມໄຊ

ດັ່ງນັ້ນທີມງານກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງຜູ້ບາດເຈັບໄປໂຮງຫມໍແຂວງຫລວງພະບາງ.

ສ່ວນຜູ້ເສຍຊີວິດທີມງານໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ🙏🙏🙏🙏🙏🙏

#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625

#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດສາມາດບໍລິຈາກຜ່ານບັນຊີຂອງຫນ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ

🚑050110001513810001🚑(ບັນຊີທະນາຄານການຄ້າ)

ຊື່ບັນຊີ LAO RED CROSS LUANGPHABANG – PROVINCE RESCUE🚑

👉0300600010001027🚑(ບັນຊີທະນາຄານພັດທະນາລາວ)

#ຊື່ບັນຊີLAO RED CROSS LUANGPHABANG – PROVINCE RESCUE🚑ຕິດຕໍ່ເຂົ້າເບີ 071 1625🚑

Featured, ເຕືອນໄພ

Post navigation

Previous Post: ໄຟຟ້າລາວລົງໂທດພະນັກງານ ທີ່ຮ່ວມຫົວລັກໃຊ້ກະແສໄຟຟ້າແບບຜິດກົດໝາຍ
Next Post: ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ

Related Posts

ເຈົ້າງາມບາດໃຈ ບົດເພງທີ່ບ່າວກູ້ໄພແຕ່ງໃຫ້ຄົນຮັກ Featured
ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ Featured
ເປີດໂຄງການກໍ່ສ້າງ ສວນສາທາລະນະ ມິດຕະພາບລາວ-ຫວຽດນາມ Featured
ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ VIII Featured
ເຕືອນການເດີນທາງ! ລົດພ່ວງຂວາງ ທາງພູເກົ້າຫຼັກ! Featured
ຈາກໄປອີກສອງຄົນຕິດເພີ່ມ685ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme