Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາຊະຍາກອນທາງໄຊເບີ ຮູ້ສວຍໃຊ້ ‘ການຕອບສະໜອງທາງອາລົມ’ ເພື່ອຂູດຮີດ ຜູ້ເຄາະຮ້າຍທາງການເງິນ ແລະ ອາລົມ

Posted on 04/03/202304/03/2023 By ປະກາດ Pakaad No Comments on ອາຊະຍາກອນທາງໄຊເບີ ຮູ້ສວຍໃຊ້ ‘ການຕອບສະໜອງທາງອາລົມ’ ເພື່ອຂູດຮີດ ຜູ້ເຄາະຮ້າຍທາງການເງິນ ແລະ ອາລົມ

“ມັນມີຄວາມສໍາພັນທີ່ເພີ່ມຂຶ້ນ ລະຫວ່າງ ຈິດຕະວິທະຍາມະນຸດ ແລະ ເຕັກໂນໂລຢີ ເມື່ອເວົ້າເຖິງການຫຼອກລວງຕ່າງ, ການຫຼອກລໍ້ອ່ອຍເຫຍື່ອໃຫ້ ຫຼົງກົນລວງທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ. ເທັກໂນໂລຢີສາມາດຄວບຄຸມ ແລະ ປ້ອງກັນໄດ້, ແຕ່ຊີວະສາດ ແລະ ສະຫມອງສາມາດຕອບສະຫນອງຕາມອາລົມ ຕໍ່ເຫດການສະເພາະໃດຫນຶ່ງ. ອາຊະຍາກອນທາງໄຊເບີ ຮູ້ຈັກ ແລະ ສວຍໃຊ້ ‘ການຕອບສະໜອງທາງອາລົມ’ ເຫຼົ່ານີ້ເພື່ອຂູດຮີດເອົາປຽບຜູ້ເຄາະຮ້າຍທັງທາງການເງິນ ແລະ ທາງອາລົມ.

ເມື່ອໃຜບາງຄົນຕົກເປັນຜູ້ເຄາະຮ້າຍ ຫຼາຍຄົນອາດຈະຄິດວ່າ ຄືບໍ່ມີຄວາມຮັບຜິດຊອບແທ້, ຄົນຫນຶ່ງຈະຕົກເປັນຜູ້ເຄາະຮ້າຍໄດ້ແນວໃດ ໃນເມື່ອມັນເປັນສິ່ງທີ່ເຫັນໄດ້ຢ່າງຊັດເຈນປານນັ້ນ?’ ແຕ່ ‘ການຖືກຕົວະຍົວະຫຼອກລວງໃຫ້ອັບອາຍ’ ແມ່ນສ່ວນຫນຶ່ງຂອງບັນຫາ ທີ່ວ່າເປັນຫຍັງການຮັບຮູ້ເຖິງຄວາມປອດໄພທາງອິນເຕີແນັດແມ່ນຊັກຊ້າຫຼ້າຫຼັງ ຂະນະທີ່ຄວາມສໍາເລັດຂອງນັກອາຊະຍາກອນທາງໄຊເບີທັງຫຼາຍມີອັດຕາທີ່ວ່ອງໄວ.

ການຕົວະຍົວະຫຼອກລວງໃຫ້ອັບອາຍ ບໍ່ເປັນປະໂຫຍດຢ່າງຍິ່ງ ໃນການຕອບໂຕ້ຕໍ່ເຫດການທີ່ເກີດຂຶ້ນເຫຼົ່ານີ້. ມັນເຮັດໃຫ້ປະຊາຊົນທໍ້ຖອຍໃຈ ໃນການແບ່ງປັນເຫດການ ຫລ້າສຸດກ່ຽວກັບເຕັກນິກແລະຍຸດທະສາດທີ່ໃຊ້ໂດຍອາຊະຍາກອນທາງໄຊເບີ. ໃນຂະນະທີ່ໄພຂົ່ມຂູ່ດ້ານຄວາມປອດໄພທາງໄຊເບີມີການຂະຫຍາຍຕົວ, ມັນມີຄວາມຈໍາເປັນຢ່າງຮີບດ່ວນຫຼາຍໃນການແບ່ງປັນຂໍ້ມູນໃຫ້ທັນສະພາບ.

ໃນປີ 2009, ການຕົວະຍົວະຫຼອກລວງໃຫ້ອັບອາຍໄດ້ຖືກນຳສະເໜີຢູ່ທີ່ກອງປະຊຸມຄະນະກໍາມະການຂອງລັດຖະບານກ່ຽວກັບຫົວຂໍ້ຄວາມປອດໄພທາງດ້ານຂໍ້ມູນ. ຜູ້ອອກກົດຫມາຍໄດ້ຕັ້ງຂໍ້ສົງໄສຕໍ່ຄະນະຮັກສາຄວາມປອດໄພທາງໄຊເບີວ່າ ມັນຈະບໍ່ສາມາດພັດທະນາເຕັກໂນໂລຢີທີ່ປ້ອງກັນາຄວາມສ່ຽງດ້ານຄວາມປອດໄພຕ່າງໆໄດ້ແນວໃດ. ຊຶ່ງຄະນະຕອບດ້ວຍຄວາມເຄົາລົບວ່າ ບໍ່ມີເຕັກໂນໂລຢີໃດໃນໂລກສາມາດປ້ອງກັນບໍ່ໃຫ້ນິ້ວມືຂອງບຸກຄົນກົດໄສ່ປຸ່ມໃນແປ້ນພິມໄດ້.

ຂະນະທີ່ອັດຕາການໃຊ້ອິນເຕີເນັດແມ່ນເພີ່ມຂຶ້ນໃນທົ່ວໂລກ ເຫດການຕົວະຍົວະສໍ້ໂກງຕ່າງໆທາງອິນເຕີເນັດເກີດຂຶ້ນໃນເວລານີ້ຫຼາຍກວ່າທີ່ເຄີຍມີມາ. ເພາະແບບນີ້, ມັນກໍ່ບໍ່ສົມເຫດສົມຜົນປ່ານໃດທີ່ຈະຄາດຫວັງໃຫ້ທຸກຄົນມີຄວາມຕື່ນຕົວ 100% ແລະ ຕະຫຼອດ24ຊົ່ວໂມງທຸກມື້. ແຕ່ວ່າມັນມີຄວາມຈໍາເປັນທີ່ຈະຕ້ອງເຂົ້າໃຈວ່າຜູ້ຄົນທີ່ຕົກເປັນຜູ້ເຄາະຮ້າຍຂອງເຫດການເຫຼົ່ານີ້ໄດ້ແນວໃດ ນັ້ນກໍ່ເພື່ອຮຽນຮູ້, ຕອບສະຫນອງ ແລະປ້ອງກັນບໍ່ໃຫ້ເກີດຂື້ນໃນອະນາຄົດ. ບໍ່ຄວນມີບ່ອນຫວ່າງໃຫ້ແກ່ ‘ການຕົວະຍົວະຫຼອກລວງໃຫ້ອັບອາຍ’ ເພື່ອສົ່ງເສີມຄວາມປອດໄພທາງໂລກອິນເຕີເນັດ.

ຖ້າຫາກວ່າພວກເຮົາຄາດຫວັງແທ້ໆທີ່ຈະປົກປ້ອງຕົວເອງ ແລະຜູ້ຄົນທີ່ເຮົາຮູ້ຈັກ, ພວກເຮົາຕ້ອງແບ່ງປັນປະສົບການຂອງເຮົາ.

ໃຜໆກໍ່ສາມາດຕົກເປັນຜູ້ເຄາະຮ້າຍໄດ້! ເຖິງຢ່າງໃດກໍ່ຕາມດ້ວຍການປະຕິບັດແລະສັງເກດສັນຍານອັນຕະລາຍຕ່າງໆ ທ່ານສາມາດປ້ອງກັນການໂຈມຕີຕົວະຍົວະຫລອກລວງທາງອອນລາຍໄດ້.

ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.

UNODC #KnowScam #BeAwareOfScams

https://www.unodc.org/roseap/uploads/documents/KnowScam/index.html“

ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: Stellantis N.V., ກໍາລັງຈະເປີດຕົວລົດຍີ່ຫໍ້ PEUGEOT (ເປີໂຢ) ໃນລາວ
Next Post: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022

Related Posts

ປໍ້າ ປີໂຕຣເທຣດ ທີ່ຈະເປີດໃຫ້ບໍລິການໃນອາທິດໜ້າ ເລີ່ມວັນທີ 20/6/2022 Featured
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 Featured
ແຂວງສະຫວັນນະເຂດ ແຈ້ງການ ເລື່ອງການຈັດງານບຸນປະເພນີບຸນເຂົ້າພັນສາ ປະຈຳປີ ພສ 2564 Featured
ແຂວງໄຊຍະບູລີ ອອກແຈ້ງການສະບັບໃໝ່ ເພື່ອຄວບຄຸມການລະບາດຂອງໂຄວິດ-19 Featured
ພະຍາກອນອາກາດ ປະຈໍາວັນທີ 06 ພຶດສະພາ 2022 ພະຍາກອນອາກາດປະຈໍາວັນ
ປັບລາຄານໍ້າມັນຂຶ້ນທົ່ວປະເທດອີກຄັ້ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme