Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ

Posted on 24/11/202024/11/2020 By ປະກາດ Pakaad No Comments on ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ

ຈັດກອງປະຊຸມຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ.

ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກຮ່ວມກັບອົງການຢູນິເຊັບປະຈໍາລາວ ຈັດກອງປະຊຸມຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໃນຕອນເຊົ້າ ວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ຫຼັກ6 ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະເດັກ, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບປະຈໍາລາວ ມີບັນດາທ່ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສະຫະພັນແມ່ຍິງແຂວງທັງເປັນຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະເດັກຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືການຈັດຕັ້ງປະຕິບັດຄວາມໝາຍໝັ້ນເພື່ອພັດທະນາເດັກນ້ອຍລາວບັນດາເຜົ່ານັບແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ກ່າວເຖິງຂະບວນການສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີໃນປີຜ່ານມາ ເຊິ່ງເປັນຂະບວນການໜຶ່ງທີ່ມີຄວາມສໍາຄັນ ໂດຍສະເພາະ ການນໍາຂັ້ນສູງຂອງລາວ, ຄະນະນໍາຂັ້ນກະຊວງ, ຂັ້ນແຂວງ, ຜູ້ວາງນະໂຍບາຍ, ພາກສ່ວນທຸລະກິດເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມປະກອບສ່ວນ ແລະ ສະແດງຄວາມຮັບຜິດຊອບປົກປ້ອງສິດ, ຜົນປະໂຫຍດຂອງເດັກ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ກໍຄື ການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆໃຫ້ລຸດລົງໃນຂອບເຂດທົ່ວປະເທດ ດ້ວຍການໃຫ້ຄວາມໝາຍໝັ້ນ ແລະ ສ້າງເປັນແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະເດັກ ແລະ ການຈັດຕັ້ງປະຕິບັດບັນດາຄວາມໝາຍໝັ້ນຂອງສົນທິສັນຍາວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງໄດ້ທົບທວນ ແລະ ປະເມີນຜົນຮ່ວມກັນກັບບັນດາແຂວງໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນຍັງໄດ້ປຶກສາຫາລືກັນຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ ໂດຍສະເພາະ ບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ໃນລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021 ຫາ 2025 ໂດຍສະເພາະ ແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກນ້ອຍລາວ ທີ່ກ່ຽວຂ້ອງກັບດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ.

Featured, ລັດຖະບານ

Post navigation

Previous Post: ສໍາເລັດໂຄງການກໍ່ສ້າງປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ແຕ່ບ້ານວັງຊຽ ຫາ ບ້ານນາແຈ່ນເມືອງໂພນທອງ
Next Post: ງານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຈະມີຜົນສຳເລັດຢ່າງຍິ່ງໃຫຍ່

Related Posts

ມວນອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກດ້ວຍກໍາລັງປານກາງ ຫາແຮງ Featured
ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ເສຍຊີວິດໃໝ່ 3 ຕິດເພີ່ມໃໝ່ 1138 Featured
ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ Featured
ຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະ ຕັດເຫຼືອ 25 ປະເພດກິລາ Featured
ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme