Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາວ-ຍີ່ປຸ່ນ ຮ່ວມພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ

Posted on 10/03/202310/03/2023 By ປະກາດ Pakaad No Comments on ລາວ-ຍີ່ປຸ່ນ ຮ່ວມພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ(ມຊ) ແລະ ຄະນະວິຊານະໂຍບາຍພາກລັດ ມະຫາວິທະຍາໄລໂຕກຽວ ປະເທດຍີ່ປຸ່ນ ຈັດກອງປະຊຸມຄົ້ນ ຄວ້ານະໂຍບາຍ ລາວ-ຍີ່ປຸ່ນ ເພື່ອກ້າວໄປສູ່ຕົວແບບດ້ານການພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ ຄັ້ງທີ V ໃນວັນທີ 7 ມີນາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ, ມີບັນດາຊ່ຽວຊານຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ, ມະຫາວິທະຍາໄລໂຕກຽວ ແລະມະຫາວິທະຍາໄລ ໂກເບະ ຈາກຍີ່ປຸ່ນ ເຂົ້າຮ່ວມ ໂດຍໄດ້ຮັບການສະໜັບສະໜູນຈາກ ມູນນິທິສາກົນໂຕຊິບາ.

ກອງປະຊຸມຄັ້ງນີ້, ເປັນການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບ ການຄົ້ນຄວ້າທາງດ້ານນະໂຍບາຍຕ່າງໆ ເພື່ອເປັນບ່ອນອີງໃນການວາງແຜນແກ້ໄຂບັນຫາທາງດ້ານເສດຖະກິດ, ການເງິນໂດຍສະເພາະແມ່ນຢູ່ ສປປ ລາວ ໃຫ້ແທດເໝາະໃນປັດຈຸບັນ ທີ່ປະເທດລາວ ພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ໂດຍກອງປະຊຸມ, ໄດ້ເຊື້ອເຊີນເອົານັກວາງແຜນນະໂຍບາຍຂອງພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ, ນັກຄົ້ນຄວ້າຢູ່ຫລາຍສະຖາບັນ ເພື່ອມາປຶກສາຫາລືແລກປ່ຽນບົດຮຽນນຳກັນທາງດ້ານວິຊາການ ເພື່ອຈະຊອກຫາວິທີການ ແລະ ນະໂຍບາຍແນວໃດ ເພື່ອກແກ້ໄຂກັບບັນຫາທາງດ້ານເສດຖະກິດ-ການເງິນຢູ່ໃນລາວ.

ສຳລັບ ຜົນຂອງການຄົ້ນຄວ້າຈະໄດ້ນຳມາເປັນບ່ອນອີງ ໃນການຄົ້ນຄວ້າຂອງນັກຄົ້ນຄວ້າຝ່າຍລາວ ພ້ອມທັງໄດ້ປະສານສົມທົບກັບຊ່ຽວຊານ, ນັກວາງແຜນນະໂຍບາຍຈາກຝ່າຍຍີ່ປຸ່ນ ທີ່ມີປະສົບການໃນການວາງແຜນໃນໄລຍະຜ່ານມາ ເພື່ອມາເປັນບົດຮຽນໃນການຄົ້ນຄວ້ານະໂຍບາຍ ລາວ-ຍີ່ປຸ່ນ ໃຫ້ກ້າວໄປສູ່ຕົວແບບດ້ານການພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງໃນອະນາຄົດ.

Featured, ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022
Next Post: ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15

Related Posts

ຂະຫຍາຍການຕະຫຼາດອອນລາຍ ສ້າງ Smart Farmer ຈາກນະວັດຕະກໍາລະບົບນໍ້າຄົບວົງຈອນ Featured
ຊາວພຸດ ນະຄອນ ປາກເຊ ຮ່ວມກັນທໍາບຸນຕັກບາດສືບທອດປະເພນີບຸນອອກພັນສາປະວໍລະນາ Featured
ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ Featured
ໄຟຟ້າລາວ ກວດສອບບິນ 68 ລ້ານກີບ ຕົວຈິງແມ່ນ 960.032 ກີບ Featured
ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ Featured
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme