ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມມືກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ, ອົງການຮ່ວມມືສາກົນ ສ.ເກົາຫຼີ. ໄດ້ລົງນາມບົດບັນທຶກການປືກສາຫາລື ແລະ ຂໍ້ຕົກລົງ ກ່ຽວກັບ ໂຄງການສະໜັບສະໜູນເພື່ອສ້າງຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.
ໃນວັນທີ 9 ພຶດສະພາ 2022 ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊັນໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການ ຄຊກລ , ທ່ານ ນ. Myungjin KIMຜູ້ຕາງໜ້າອົງການ KOICA ປະຈໍາ ສປປ ລາວ ແລະ ທ່ານນ.Ricarda Riegerຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ກຽດເຂົ້າຮວ່ມຂອງ ທ່ານIm Moo-Hongເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ແຂກຜູ້ມີກຽດທັງພາຍໃນແລະຕ່າງປະເທດເຂົ້າຮວ່ມເປັນສັກຂີພິຍານ.

ໂຄງການດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານ ສ. ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ເປັນໄລຍະທີ , ມີມູນຄ່າສູງເຖິງ 11 ລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນຂະແໜງການແກ້ບັນຫາລະເບີດບໍ່ທັນແຕກ ເພື່ອຊ່ວຍເຫຼືອດ້ານມະນຸດສະທໍາ ໃຫ້ແກ່ປະຊາຊົນລາວ ທີ່ດໍາລົງຊີວີດໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ, ຜ່ານການປະຕິບັດໂຄງການໃນໄລຍະຜ່ານມາແມ່ນໄດ້ຮັບປະສິດຕິພາບສູງ ແລະຮັບຜົນສຳເລັດເປັນຢ່າງດີ, ຈື່ງເຮັດໃຫ້ລັດຖະບານ ສ. ເກົາຫຼີ ພິຈາລະນາອະນຸມັດເພີ່ມງົບປະມານເຂົ້າໃນວຽກງານດັ່ງກ່າວຫຼາຍຂື້ນ.
ເປົ້າໝາຍຕົ້ນຕໍຂອງ ໂຄງການເພື່ອສ້າງຄວາມຍືນຍົງໃຫ້ແກ່ວຽກງານການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ (2022-2026)ນີ້, ຈະໄດ້ຮັບການກວດກູ້ດິນທີ່ເປັນບຸລິມະສິດຫຼາຍກວ່າເກົ່າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ການຮັບມືກັບໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກຂອງຊຸມຊົນຖືກຫຼຸດລົງ ແລະ ສິດຂອງຜູ້ປະສົບເຄາະຮ້າຍກໍ່ໄດ້ຮັບຜົນດີ.ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດນີ້ເປັນສ່ວນໜຶ່ງຂອງລັດຖະບານແຫ່ງ ສປປ ລາວ ແລະ ວຽກງານການແກ້ໄຂບັນຫາ ລບຕ ຂອງ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ, ສະໜັບສະໜູນວຽກງານ ລບຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ແຜນຍຸດທະສາດແຫ່ງຊາດ “ເສັ້ນທາງກ້າວສູ່ຄວາມປອດໄພ III”(2022-2026) ໂດຍຜ່ານການສະໜັບສະໜູນດ້ານແຜນງານ ແລະເຕັກນິກວິຊາການຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ.ໂຄງການດັ່ງກ່າວຈະປະຕິບັດແຜນການສຳຫຼວດ ແລະ ເກັບກູ້ໂດຍ ກອງກວດກູ້ເພື່ອມະນຸດສະທຳ ກອງທັບ 58 ຈຳນວນ 20 ທິມ, ການຫຼຸດຜ່ອນຄວາມສ່ຽງໄພຈາກລະເບີດ, ການເພີ່ມຂີດຄວາມສາມາດຂອງ ຄຊກລແລະ ດ້ານນິຕິກໍາຂອງຂະແໜງການໃຫ້ເຂັ້ມແຂງ.
ໃນພິທີ ທ່ານ ປະເດີມພອນ ສົນທະນີ ກ່າວມີຄຳເຫັນວ່າ: ”ນັບແຕ່ປີ 2015 ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການໄລຍະທີ 1 ຈົນຮອດປະຈຸບັນ ເປັນໂຄງການ ໄລຍະທີ 3 ລັດຖະບານ ສ.ເກົາຫຼີ ໄດ້ສະໜອງທຶນການຊ່ວຍເຫຼືອລ້າເຂົ້າໃນ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໂດຍຜ່ານ ອົງການສະຫະປະຊາຊາດ ເພື່ອການພັດທະນາ.ໂຄງການດັ່ງກ່າວແມ່ນມີຜົນສຳເລັດອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນບັນດາໜ້າວຽກທີ່ສຳຄັນ ຂອງວຽກງານແກ້ໄຂບັນຫາລະເບີດບໍ່ທັນທີ່ຕົກຄ້າງຢູ່ ສປປ ລາວ.
ສໍາລັບໂຄງການ ໄລຍະທີ 3 ນີ້ແມ່ນຈະສຸມໃສ ສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງ ໃຫ້ແກ່ວຽກງານການແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວໃນໄລຍະ 5 ປີຕໍ່ໜ້າເປັນຕົ້ນແມ່ນ:
– ສະໜັບສະໜູນວຽກງານການວາງແຜນຈັດລຽງບູລິມມະສິດຂອງວຽກງານການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເພື່ອປົດປ່ອຍເນື້ອທີ່ດິນ;
– ສະໜັບສະໜູນວຽກງານໂຄສະນາສຶກສາ ເພື່ອຫຼຸດຜ່ອນຄວາມສ່ຽງຈາກບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃຫ້ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງ;
– ປັບປຸງຂີດຄວາມອາດສາມາດຂອງ ຫ້ອງການ ຄຊກລ ໃນການຈັດຕັ້ງປະຕິບັດຍຸດທະສາດຂອງຂະແໜງການ(ການຕິດຕາມຊຸກຍູ້, ໃຫ້ຄຳແນະນຳ ແລະ ການຄວບຄຸມຄຸນນະພາບ), ການນໍາໃຊ້ຂໍ້ມູນ ແລະ ການລະດົມຂົນຂວາຍທຶນ;
– ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ດ້ານວຽກງານການສຳຫຼວດ ແລະ ກວດກູ້ ພ້ອມທັງສະໜອງອຸປະກອນພາກສະໜາມໃຫ້ແກ່ທີມດັ່ງກ່າວ;
– ສະໜັບສະໜູນການປະຕິບັດພັນທະ ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ການປົດປ່ອຍເນື້ອທີ່ດິນ ແລະ ການສະໜອງການບໍລິການອື່ນກ່ຽວກັບວຽກງານແກ້ໄຂບັນຫາ ລບຕ ໃນຊຸມຊົນ.”
ຕອນທ້າຍ ທ່ານ ປະເດີມພອນ ສົນທະນີ ໃນນາມຕາງໜ້າລັດຖະບານ ສປປ ລາວ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຍັງໄດ້ກ່າວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານສາທາລະນະລັດເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອງົບປະມານ ໃນໄລຍະຜ່ານມາຈົນຮອດປະຈຸບັນ ໃນການປະກອບເຂົ້າໃນວຽກງານແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ຫັວງຢ່າງຍີງວ່າ ລັດຖະບານ ສ. ເກົາຫຼີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອອີກຕໍ່ໄປ. ພ້ອມທັງສະແດງຄວາມຂອບໃຈ ມາຍັງ ອົງການ ສປຊ ເພື່ອການພັດທະນາ ປະຈຳ ສປປ ລາວ ທີ່ໄດ້ເອົາໃຈໃສ່ ໃນການສະໜັບສະໜູນລະດົມຂົນຂວາຍທຶນ ເພື່ອມາຮັບໃຊ້ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ນຳອີກ.
ໂດຍ: ຂ່າວສານ ຮສສ
