Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

Posted on 16/05/202216/05/2022 By ປະກາດ Pakaad No Comments on ເລຂາທິການໃຫຍ່ ພັກປປ ລາວ ຕ້ອນຮັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນຖະ ວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດລາວ-ຫວຽດນາມ ກະກຽມຄວາມພ້ອມການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄື ສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ຄົບຮອບ 54 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ(05/09/1962-05/09/2022) ໃຫ້ມີບັນຍາ ກາດຟົດຟື້ນ.

ໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເຮັດວຽກຮ່ວມກັບສະພາແຫ່ງຊາດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຊາບ.

ຂ່າວ: ກິດຕາ, ພາບ: ເກດສະໜາ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 16 ພຶດສະພາ 2022
Next Post: ພິທີຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຢ່າງເປັນທາງການ

Related Posts

ເສຍຊີວິດໃໝ່ 1 ຕິດເຊື້ອເພີ່ມ 208 Featured
ແຈ້ງການສະບັບໃໝ່ຂອງກະຊວງອຸດສາຫະກໍາແລະການຄ້າໃນການຮັບມືໂຄວິດ Featured
ຜູ້ຊາຍທີ່ລົ້ມແລະຊັກຢູ່ກັບພື້ນຢູ່ສູນຈໍາກັດບໍລິເວນແຂວງຄຳມ່ວນປອດໄພແລ້ວ Featured
ເສຍຊີວິດເພີ່ມອີກ +6 ຂະນະທີ່ຕົວເລກຕິດເຊື້ອໃໝ່ຍັງສູງເຖິງ +1.593 Featured
ດ່ວນທີ່ສຸດ ສະພາແຫ່ງຊາດ ມີມະຕິ ຫຼຸດອາກອນຊົມໃຊ້ ນໍ້າມັນເຊື້ອໄຟ ແກ້ວິກິດນໍ້າມັນແພງ Featured
ສະພາບໂຄວິດມື້ນີ້ນະຄອນຫຼວງຍັງໜັກກວ່າໝູ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme