Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບທີ III

Posted on 23/09/202023/09/2020 By ປະກາດ Pakaad No Comments on ກອງປະຊຸມທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບທີ III

ລັດຖະບານ: ໃນວັນທີ 23 ກັນຍາ 2020, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ຫລັກ 5 ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານພັກກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III, ໂດຍການເປັນປະທານຂອງສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ໃນພາກເຊົ້າ, ກອງປະຊຸມ ໄດ້ຮັບຟັງ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ຜ່ານຮ່າງແຜນພັດທະນາເສດຖະກິດ 05 ປີ ຂອງຂະແໜງການຕ່າງປະເທດ. ພ້ອມນັ້ນ, ໃນພາກບ່າຍ ກອງປະຊຸມຍັງໄດ້ຈັດການທາບທາມບຸກຄະລາກອນ ເພື່ອຮັບສະໝັກຄັດເລືອກເຂົ້າໃນ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ IV ຮອບທີ III ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ອັນສຳຄັນ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນຳ ແລະ ຕິດຕາມກອງປະຊຸມ ຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ IV.

ຮູບ: ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ເມືອງຊຽງຮ່ອນ
Next Post: ກອງປະຊຸມທາງໄກຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 17

Related Posts

ບໍ່ແກ້ວ ແຈ້ງການ ປິດການເຂົ້າ-ອອກ ເຂດສາມຫຼ່ຽມຄໍາ Featured
ເຫດທີ່ທ່າແຂກແມ່ນປະຕິບັດການຈັບກຸມຜູ້ຄ້າຂາຍຢາເສບຕິດ Featured
ສປປລາວ ສັກວັກຊິນເຂັມ 1 ໄດ້ 75,35% ແລະ ຄົບເຂັມໄດ້ 60,26% Featured
ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ Featured
ສະພາບພູມອາກາດມື້ນີ້ຍັງສືບຕໍ່ເຢັນ Featured
ເຕືອນສະບັບທີ2 ພາຍຸກົມປາສຸ(KOMPASU) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme