Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງສາທາ ມອບລົດບັນທຸກ ນໍ້າສະອາດ ໃຫ້ແກ່ 7 ແຂວງ

Posted on 09/05/202209/05/2022 By ປະກາດ Pakaad No Comments on ກະຊວງສາທາ ມອບລົດບັນທຸກ ນໍ້າສະອາດ ໃຫ້ແກ່ 7 ແຂວງ

ໃນວັນທີ 6 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ, ໄດ້ຈັດ້ພິທີມອບ-ຮັບລົດບັນ ທຸກນໍ້າສະອາດ ຈຳນວນ 9 ຄັນ ໃຫ້ 7 ແຂວງຄື: ແຂວງອຸດົມໄຊ, ຫລວງພະບາງ, ສະຫັວນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ໄຊສົມບູນ ແລະ ອີກ 1 ຄັນແມ່ນມອບໃຫ້ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ກະຊວງສາທາລະນະສຸກ ໂດຍການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ເພື່ອນຳໃຊ້ໃຫ້ເປັນປະໂຫຍດ ທັງກະກຽມຮັບມືໄພພິບັດທາງທຳມະຊາດ ແລະ ກະກຽມການແຈກຢາຍໃຫ້ປະຊາຊົນທີ່ກຳລັງຈະຂາດແຄນນໍ້າສະອາດ, ລວມທັງວຽກງານ ກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19.

ເຂົ້າຮ່ວມພິທີ ແລະ ມອບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີບັນດາຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ກົມ, ສູນ ແລະ ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍພະແນກສາທາລະນະສຸກ 7 ແຂວງ ເຂົ້າຮ່ວມ. ລົດບັນທຸກນໍ້າສະອາດ ຈຳນວນດັ່ງກ່າວ ສາມາດບັນຈຸນໍ້າສະອາດໄດ້ 4.000 ລິດ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຍີ່ປຸ່ນ ລວມມູນຄ່າຫລາຍກວ່າ 657 ລ້ານກີບ (68.916.430 ລ້ານເຢັນ).

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານລາວ ຮ່ວມມືກັບ ອົງການສາກົນ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ
Next Post: ອາກາດຮ້ອນເອົ້າ ແລະ ຈະມີຝົນຕົກບາງທ້ອງຖິ່ນ

Related Posts

ຄລິບປະຫຼາດ ງູມີຂົນ Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured
ແຂວງສາລະວັນສັ່ງລັອກດ່າວດ່ານສາກົນລະໄລ 3ວັນ Featured
ສື່ມວນຊົນກອງທັບ ເອົາໃຈໃສ່ປັບປຸງກໍ່ສ້າງພັດທະນາຕົນເອງເພື່ອຕອບສະໜອງ ກັບໜ້າທີ່ການເມືອງ ໃນໄລຍະໃໝ່ ຂ່າວສານບ້ານເມືອງ
ນາຍົກ ຢ້ຽມຢາມການກໍ່ສ້າງຕຶກ ສະພາແຫ່ງຊາດ ມີຄືບໜ້າຫຼາຍກວ່າ 60% ຂ່າວສານບ້ານເມືອງ
ແຈ້ງເຕືອນເດີເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ຈະປ່ອຍນ້ຳອອກເຂື່ອນ 17-22/10/2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme