Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນາງສັງຂານປີນີ້ ຊົງຢືນຫຼັງພຣະຍາຊ້າງ ມີພຣະນາມວ່າ “ກິຣິນີເທວີ”

Posted on 12/04/202212/04/2022 By ປະກາດ Pakaad No Comments on ນາງສັງຂານປີນີ້ ຊົງຢືນຫຼັງພຣະຍາຊ້າງ ມີພຣະນາມວ່າ “ກິຣິນີເທວີ”

ນາງສັງຂານຫລວງພຣະບາງ ນັບແຕ່ມີການຈັດໃຫ້ຈັດພິທີແລະເຮັດຣາຊຣົຖແຫ່ຕາມຫລັງຫວໍ່ຂອງພຣະສົງ-ສາມະເນນ ໃນມື້ບຸນຖະເຫລິງສົກບຸນປີໃຫມ່ລາວມາ ມີປີທີ່ນາງສັງຂານ ນາງເທພທິດາອົງທີ 5 ຂອງພຣະຍາກະບິນຣະພຣົມ ຊົງພຣະນາມວ່າ : “ ກິຣິນີເທວີ ” ຊົງພະຫຸຣັດທັດດອກມົນທາ ອາພອນປະດັບໄປດ້ວຍແກ້ວມໍຣະກົດ (ແກ້ວສີຂຽວ) , ສະເຫວີຍຖົ່ວງາເປັນອາຫານ, ພຣະຫັດຂວາຊົງຖືຂໍຊ້າງ, ພຣະຫັດຊ້າຍຊົງຖືປືນ, ສະເດັດຢືນມາເທິງຫລັງຊ້າງເປັນພາຫະນະນັ້ນ ແມ່ນເຄີຍມີມາໃນຄັ້ງເມື່ອປີ : 1972, 1989, 1994, 2000, 2005, 2011 ແລະ ປີນີ້ 2022 ແມ່ນຈະໝູນວຽນມາຄົບອີກວາຣະໜຶ່ງ

ເຊິ່ງທາງນະຄອນຫລວງພຣະບາງ ເພິ່ນບໍ່ໄດ້ຈັດໃຫ້ມີພິທີແຫ່ຫວໍ່-ແຫ່ນາງສັງຂານ ເພາະບັນຫາເລື່ອງການແຜ່ລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ເປັນປີທີ່ 3 ແລ້ວ ທີ່ບໍ່ໄດ້ຈັດໃຫ້ມີການແຫ່ນາງສັງຂານ ( 2020, 2021, 2022 ) ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ຄົ້ນເອົາ ລວມເອົາຮູບພາບ ມານຳສະເໜີວ່າມີປີໃດແດ່ ທີ່ນາງສັງຂານນັ່ງເທິງຫລັງຊ້າງ ເພື່ອເປັນຄວາມຮູ້ ເສີມສ້າງປັນຍາ ແລະເກັບກັກຄວາມຊົງຈຳດີໆ ໄວ້ໃຫ້ເປັນອະນຸສອນໃຫ້ລູກຫລານໄດ້ຮັບຮູ້ຂໍ້ມູນນີ້ສຶບໄປ…

ການສະເຫລີມສະຫລອງ ບຸນປີໃຫມ່ລາວປີນີ້ ຄືປີ ຈ.ສ 1384 ( ການນັບສະຫລອງບຸນປີໃຫມ່ລາວ ແມ່ນການນັບການປ່ຽນຂອງ ປີຈຸລະສັງການ ຈາກ ຈສ 1383 ກ້າວເຂົ້າສູ່ ຈສ 1384 ( ກົງກັບປີ ຄ.ສ 2022 ແມ່ນນັບ ວັນທີ່ 1 ເດືອນມັງກອນ ຂອງທຸກໆປີ ສ່ວນວ່າ ພ.ສ 2565 ແມ່ນນັບຈາກການສິ້ນສຸດແລະເລິ່ມຕົ້ນຈາກວັນວິສາຂະບູຊາ ເດືອນ 6 ເພັງຂອງທຸກໆປີ )

ປີນີ້ ຈສ 1384 ຖືກກັບມື້ວັນສັງຂານລ່ວງ = ແມ່ນຖືກກັບວັນພະຫັດ ຂຶ້ນ 13 ຄໍ່າ, ເດືອນ 5, ພ.ສ 2564 – ກົງກັບວັນທີ 14 ເມສາ 2022, ເວລາ 09:52 ໂມງ ກັບ 12 ວິນາທີ.

– ວັນສັງຂານເນົາ = ແມ່ນຖືກກັບວັນສຸກ ຂຶ້ນ 14 ຄໍ່າ, ເດືອນ 5, ພ.ສ 2564 – ກົງກັບ ວັນທີ 15 ເມສາ 2022.

– ວັນສັງຂານຂຶ້ນ ແມ່ນຖືກກັບວັນເສົາ ຂຶ້ນ 15 ຄໍ່າ, ເດຶອນ 5, ພ.ສ 2564 – ກົງກັບວັນທີ 16 ເມສາ 2022, ເວລາ 13:49:48 ໂມງ, ປ່ຽນວັນຖະເຫລີງສົກປີໃໝ່ລາວ ຈຸນລະສັກກະຣາຊ ເປັນ 1384.

* ນາງສັງຂານ = ນາງເທພທິດາ ອົງທີ 5 ຂອງພຣະຍາກະບິນຣະພຣົມ ຊົງພຣະນາມວ່າ : “ ກິຣິນີເທວີ ” ຊົງພະຫຸຣັດ ທັດດອກມົນທາ ອາພອນປະດັບໄປດ້ວຍ ແກ້ວມໍຣະກົດ (ແກ້ວສີຂຽວ) , ສະເຫວີຍຖົ່ວງາເປັນອາຫານ, ພຣະຫັດຂວາຊົງຖືຂໍຊ້າງ, ພຣະຫັດຊ້າຍຊົງຖືປືນ, ສະເດັດຢືນມາເທິງຫລັງຊ້າງເປັນພາຫະນະ.

* ເກນພິຣຸນນະສາດ = ພຣະອາທິດເປັນອະທິບໍດີ, ນາຄຫລິ້ນນໍ້າ 4 ຕົນ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຂອບຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະໝຸດ 80 ຫ່າ, ຕົກໃນມະນຸດໂລກ 40 ຫ່າ.

– ເກນທາຣາທິຄຸນ = ຕົກຣາສີເຕໂຊ, ນໍ້າຈະໜ້ອຍ, ຝົນຕົ້ນປີຈະຕົກພໍດີ – ກາງປີຈະຕົກໜ້ອຍ – ປາຍປີຈະຕົກຫລາຍ, ນາລຸ່ມຈະດີ ແຕ່ນາດອນຈະບໍ່ດີ, ຈະມີລົມພັດແຮງທີ່ສຸດມາຈາກທິດທັງ 4 ຕາມຣະດູການ.

– ເກນທັນຍາຫານ = ຊື່ວ່າ : ປັຈສິມະ, ເຂົ້າກ້າໄຮ່ນາຈະໄດ້ແຕ່ 1 ສ່ວນ ເສຍໄປ 5 ສ່ວນ, ໂພຊະນີຍາຫານມີພໍຄວນ, ປະຊາຊົນພົນລະເມືອງຈະສຸຂແດ່ ທຸກແດ່ປະປົນກັນໄປ.

– ເກນຜະລາມັດສະມັງສາຫານ = ໝາກໄມ້ຈະເປັນດ້ວງເປັນແມງຈຳນວນຫລາຍ, ພຶດພັນຈະແພງ, ຊີ້ນປາອາຫານຈະມີພໍຄວນ.

– ເກນຣຸກຂະຊາດ : ໄມ້ງິ້ວເປັນພະຍາ, ບ້ານເມືອງຈະສະຫງົບສຸກດີ ແຕ່ຟ້າຝົນບໍ່ສູ້ດີປານໃດ.

– ເກນກາລະໂຍກ : ວັນພຸດເປັນທຸງໄຊ, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນອຸບາດ, ວັນພະຫັດເປັນໂລກາວິນາດ.

ຮຽງຮຽງໂດຍ: Houmphet Manisouk

Featured, ທ່ອງທ່ຽວ, ບຸນປະເພນີ, ວັດທະນະທຳ

Post navigation

Previous Post: ນະຄອນຫຼວງວຽງຈັນ +798 ທົ່ວປະເທດ +1.290 (ເສຍຊີວິດໃໝ່ 2)
Next Post: ກຸ່ມບໍລິສັດ ໂຄລາວ ມອບລົດຕູ້ຈຳນວນ 2 ຄັນໃຫ້ແຂວງວຽງຈັນ ໃຊ້ໃນວຽກງານການແພດ

Related Posts

ເຮືອນຂອງຂ້ອຍ – ລາຍການ ໂທລະພາບເດັກກ່ອນໄວຮຽນ Featured
ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ Featured
ຂ່າວດີ! ຖະແຫຼງການເປີດປະເທດ Featured
ປົວດີ 708 ຕິດໃໝ່ 1471 ເສຍຊີວິດ 11 Featured
ລັດຖະບານ ຊຸດທີ VIII ຈັດກອງປະຊຸມທ້າຍສະໄໝ Featured
ນະຄອນຫຼວງວຽງຈັນມີ158ບ້ານແດງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme