Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກຸ່ມບໍລິສັດ ໂຄລາວ ມອບລົດຕູ້ຈຳນວນ 2 ຄັນໃຫ້ແຂວງວຽງຈັນ ໃຊ້ໃນວຽກງານການແພດ

Posted on 12/04/202212/04/2022 By ປະກາດ Pakaad No Comments on ກຸ່ມບໍລິສັດ ໂຄລາວ ມອບລົດຕູ້ຈຳນວນ 2 ຄັນໃຫ້ແຂວງວຽງຈັນ ໃຊ້ໃນວຽກງານການແພດ

ແຂວງວຽງຈັນ ໄດ້ຮັບລົດ 2 ຄັນ ຈາກກຸ່ມບໍລິສັດ ໂຄລາວ ໄດ້ນຳເອົາ ລົດຕູ້ຍີ່ຫໍ້ ຮຸນໄດ ເພື່ອຮັບໃຊ້ວຽກງານວິຊາສະເພາະທາງການແພດ

ໃນວັນທີ 11 ເມສານີ້ ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ ກຸ່ມບໍລິສັດ ໂຄລາວ ໄດ້ນຳເອົາ ລົດຕູ້ຍີ່ຫໍ້ ຮຸນໄດ ຈຳນວນ 2 ຄັນ ມູນຄ່າ 400 ລ້ານກີບ ມອບໃຫ້ແຂວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະທາງການແພດ, ໃຫ້ກຽດມອບໂດຍ ທ່ານ ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດ ໂຄລາວ ພ້ອມດ້ວຍຄະນະ ແລະ ຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.

ໃນໂອກາດນີ້ທ່ານເຈົ້າແຂວງວຽງຈັນ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບ ບໍລິສັດ ໂຄລາວ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ ບໍລິສັດ ທີ່ໄດ້ນຳເອົາລົດຈຳນວນດັ່ງກ່າວມາປະກອບສ່ວນຊ່ວຍເຫຼືອ ແຂວງວຽງຈັນ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະທາງການແພດ.

ທ່ານຍັງກ່າວອີກວ່າ: ລົດຈຳນວນດັ່ງກ່າວ ແມ່ນຈະໄດ້ມອບໃຫ້ພະແນກສາທາລະນະສຸກຂອງແຂວງ ເປັນຜູ້ມອບຕໍ່ໃຫ້ບັນດາເມືອງຂອງແຂວງທີ່ເຫັນວ່າມີຄວາມຈຳເປັນ ແລະ ຂາດເຂີນພາຫະນະຮັບໃຊ້ ໃນການຂົນສົ່ງຄົນເຈັບ ແລະ ວຽກງານອື່ນໆທີ່ສຸກເສີນ ພ້ອມທັງເນັ້ນໃຫ້ພາກສ່ວນທີ່ໄດ້ຮັບຈົ່ງນຳໃຊ້ລົດ ດັ່ງກ່າວໃຫ້ຖືກຕາມເປົ້າໝາຍ ແລະ ມີການປົກປັກຮັກສາໃຫ້ດີເພື່ອນຳໃຊ້ໄດ້ຍາວນານ./

ຂ່າວ-ພາບ: ແກ້ວອຸດົມ

Featured, ການກຸສົນ, ທຸລະກິດ

Post navigation

Previous Post: ນາງສັງຂານປີນີ້ ຊົງຢືນຫຼັງພຣະຍາຊ້າງ ມີພຣະນາມວ່າ “ກິຣິນີເທວີ”
Next Post: ເສຍຊີວິດໃໝ່ 5 ຕິດເຊື້ອເພີ່ມ 929 (ນວ 549)

Related Posts

ແຂວງຄໍາມ່ວນຫຼາຍກວ່າໝູ່ມື້ນີ້ Featured
ສຸດເສົ້າ ເສຍຊີວິດ ກໍລະນີທີ່ 15! ທີ່ແຂວງສາລະວັນ Featured
ດ່ວນທີ່ສຸດແຂວງຫຼວງນໍ້າທາເຄັ່ງຄັດມາດຕະການຮອດ 7 ພະຈິກ Featured
ຂໍໃຫ້ລະວັງ ຝົນລົມແຮງຟ້າຮ້ອງຟ້າເຫຼືອມຍັງປົກຄຸມຫຼາຍພາກ Featured
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ບາງເຂດ Featured
EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme