Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ

Posted on 20/02/202220/02/2022 By ປະກາດ Pakaad No Comments on ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ

ແຈ້ງເຕືອນໄພຝົນຕົກໜັກ ປະຈໍາວັນທີ 20/02/2022ເວລາ 7:00 ໂມງ

ຄວາມກົດດັນອາກາດສູງຂອງອາກາດເຢັນຈະເພີ່ມກໍາລັງແຮງຂຶ້ນ ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກປົກຄຸມພາກເໜືອ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດ ໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຍັງມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນ ຢູ່ແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນ ເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ແຂວງພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ດິນເຈື່ອນ ແລະ ລົມພັດ ແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້, ເສົາໄຟຟ້າ ແລະ ປ້າຍໂຄສະນາຫັກລົ້ມ, ຫລັງຄາເຮືອນເປ່ເພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 20/2/2022 ຫາເວລາ 7:00 ໂມງ ວັນທີ 21/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນ ຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 14-26 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ລາວ ໄດ້ຮັບວັກຊິນ ແອັດສະຕາເຊເນກາ ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX
Next Post: ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194

Related Posts

ນະຄອນຫຼວງຍັງຄົງວິກິດຕິດຫຼາຍກວ່າໝູ່ Featured
ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ Featured
ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ Featured
ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ລົງນາມຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ ເອັມ ມັນນີ Featured
ລຸ້ນນີ້ແນະນໍາເລີຍ! OPPO Reno5 ສະເປັກແຮງ ສວຍງາມ ລາຄາຖືກໃຈ Featured
ສປປ ລາວ ກຽມສະເຫລີມສະຫລອງວັນລັດຖະທຳມະນູນ ຄົບຮອບ 30 ປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme