Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕິດເພີ່ມ 76 ຄົນ (ຊຸມຊົນ 2 ນໍາເຂົ້າ 74)

Posted on 13/07/202113/07/2021 By ປະກາດ Pakaad No Comments on ຕິດເພີ່ມ 76 ຄົນ (ຊຸມຊົນ 2 ນໍາເຂົ້າ 74)

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 12 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,623 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 76 ຄົນ, ຈາກ ນະຄອນຫຼວງ 04 ກໍລະນີ, ຈໍາປາສັກ 43 ກໍລະນີ, ສະຫວັນນະເຂດ 21 ກໍລະນີ, ຫຼວງນໍ້າທາ 02 ກໍລະນີ ແລະ ຄໍາມ່ວນ 06 ກໍລະນີ.

ໃນນັ້ນ ກໍລະນີນຳເຂົ້າມີ 74 ກໍລະນີ ຈາກ ນະຄອນຫຼວງ 04 ກໍລະນີ, ຈຳປາສັກ 43 ກໍລະນີ, ສະຫວັນນະເຂດ 21 ກໍລະນີ, ຄຳມ່ວນ 06 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ.

ການຕິດເຊື້ອໃນຊຸມຊົນມີ 2 ກໍລະນີ ຈາກ ແຂວງຫຼວງນ້ຳທາ 2 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,901 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 683 ຄົນ.

ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 12 ກໍລະກົດ 2021 ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 2,163 ຄົນ, ທັງໝົດ ແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້.

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 50 ສູນ ແລະ ມີຜູ້ຈຳກັດບໍລິເວນ 6,034 ຄົນ.

ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນແມ່ນມີ 02 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 02 ເມືອງ ຄື: ບ້ານໂນນສະອາດ, ເມືອງໄຊທານີ ແລະ ບ້ານ ສີເກີດ, ເມືອງນາຊາຍທອງ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ແຂວງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ 42 ລ້ານໂຕ
Next Post: ແຈ້ງການດ່ວນຫຼ້າສຸດ! ສະຫວັນນະເຂດ ເພີ່ມການປັບໃໝ່ ຜູ້ລະເມີດຄໍາສັ່ງມາດຕະການປ້ອງກັນ ໂຄວິດ-19

Related Posts

ກຸ່ມບໍລິສັດ ໂຄລາວ ມອບລົດຕູ້ຈຳນວນ 2 ຄັນໃຫ້ແຂວງວຽງຈັນ ໃຊ້ໃນວຽກງານການແພດ Featured
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9 Featured
ຫຼວງພະບາງກັບມາອີກແລ້ວເພີ່ມ102ຄົນມື້ນີ້ Featured
ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ Featured
ເມືອງປະທຸມພອນ ປະກາດລັອກດາວ 4 ບ້ານ ວັນທີ 2-15 ກັນຍາ 2021 Featured
ລາຍງານມື້ນີ້1170ຄົນສະຖິຕິໃໝ່ສູງທີ່ສຸດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme