Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194

Posted on 20/02/202220/02/2022 By ປະກາດ Pakaad No Comments on ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194

ລາຍງານສະພາບ ໂຄວິດ-19 ປະຈໍາວັນທີ 20 ກຸມພາ 2022

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປ ລາວ ໃນວັນທີ 20 ກຸມພານີ້, ທີ່ກະຊວງສາທາລະນະສຸກວ່າ: ໃນວັນທີ 19 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 1.984 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 194 ຄົນ (ຕິດເຊື້ອພາຍໃນ 186 ຄົນ ແລະ ນໍາເຂົ້າ 8 ຄົນ), ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 186 ຄົນຈາກ 15 ແຂວງ ແລະ ນະຄອນຫຼວງວຽງຈັນມີລາຍລະອຽດດັ່ງນີ້:

ນະຄອນຫຼວງວຽງຈັນ 36 ຄົນ, ສະຫວັນນະເຂດ 26 ຄົນ, ຜົ້ງສາລີ 25 ຄົນ, ອັດຕະປື 24 ຄົນ, ຫົວພັນ 22 ຄົນ, ຊຽງຂວາງ 16 ຄົນ, ໄຊສົມບູນ 12 ຄົນ, ຄຳມ່ວນ 7 ຄົນ, ບໍລິຄຳໄຊ 4 ຄົນ, ບໍ່ແກ້ວ 3 ຄົນ, ອຸດົມໄຊ 3 ຄົນ, ໄຊຍະບູລີ 3 ຄົນ, ວຽງຈັນ 2 ຄົນ, ຫຼວງພະບາງ 2 ຄົນ, ຫຼວງນ້ຳທາ 1 ຄົນ, ສໍາລັບການຕິດເຊື້ອນໍາເຂົ້າມີ 8 ຄົນຈາກນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຈໍາປາສັກ 6 ຄົນ. ຮອດປັດຈຸບັນຢູ່ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141.083 ຄົນ, ອອກໂຮງໝໍໃນວັນທີ 19 ກຸມພານີ້ 362 ຄົນ, ກຳລັງປິ່ນປົວ 2.865 ຄົນ ແລະ ເສຍຊີວິດທັງໝົດ 610 ຄົນ (ເສຍຊິວິດໃໝ່ 2 ຄົນ), ສຳລັບຜູ້ເສຍຊີວິດໃໝ່ 2 ຄົນຈາກນະຄອນຫຼວງ 1 ຄົນ ແລະ ຄໍາມ່ວນ 1 ຄົນ.

ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື : ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ,ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່), ໂຮງໝໍເມືອງ 9 ຕົວເມືອງ ,ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ),ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຄານ, ພຸດ ແລະ ພະຫັດ ໂມງລັດຖະການ)ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

ຕິດເຊື້ອໃໝ່ແຍກຕາມແຂວງ

Featured, ໂຄວິດ-19

Post navigation

Previous Post: ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ
Next Post: ຍັງຈະໄດ້ໃສ່ເສື້ອກັນໜາວໄປອີກ ຂໍໃຫ້ຮັກສາສຸຂະພາບ

Related Posts

ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ Featured
ກາແດງລາວຈັດຫາງົບ 3 ຕື້ ເພື່ອເລັ່ງຊ່ວຍ 3 ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດ Featured
ລາຍລະອຽດ ມາດຕະການ ລັອກດາວ ນະຄອນຫຼວງວຽງຈັນ ຮອດວັນທີ 30 ກັນຍາ 2021! Featured
ການຄຸ້ມຄອງໃບຂັບຂີ່ຍານພະຫະນະຂົນສົ່ງທາງບົກ Featured
ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ Featured
ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme