Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນ ສະບັບທີ 4 ພາຍຸເຂດຮ້ອນ ໂກນເຊິນ

Posted on 12/09/202112/09/2021 By ປະກາດ Pakaad No Comments on ແຈ້ງເຕືອນ ສະບັບທີ 4 ພາຍຸເຂດຮ້ອນ ໂກນເຊິນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ

ວັນທີ 12 ກັນຍາ 2021 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ເລກທີ 1045/ກອຕທ, ສະບັບທີ 4 ວ່າ: ໃນເວລາ 07:00 ໂມງ ຂອງວັນທີ 12 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ຫົວທີ 13 ໄດ້ອ່ອນກໍາລັງລົງເປັນ ພາຍຸດີເປຣຊັນ ມີສູນກາງ ຢູ່ເສັ້ນຂະໜານທີ 15.0 ອົງສາເໜືອ ແລະ ເສັ້ນແວງທີ 109.0 ອົງສາຕາເວັນອອກ ແລະ ຍັງສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ- ຕາເວັນຕົກສ່ຽງໃຕ້ຢ່າງຊ້າໆ ແລະ ພາຍຸຫົວນີ້ ຍັງເຄື່ອນທີ່ຢູ່ທາງພາກກາງ ຕອນເທິງຂອງ ປະເທດ ສສ ຫວຽດນາມ ແລະ ຈະເຄື່ອນທີ່ຜ່ານພາກກາງ ຫາ ພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 12 ຫາ 13 ກັນຍາ 2021 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:

– ໄລຍະວັນທີ 12 ຫາ 13 ກັນຍາ 2021: ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.

– ໄລຍະວັນທີ 13 ຫາ 14 ກັນຍາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງສາລະວັນ, ຈໍາປາສັກ, ອັດຕະປື, ເຊກອງ, ບໍ່ແກ້ວ, ຫລວງນໍ້າທາ, ໄຊສົມບູນ, ໄຊຍະບູລີ, ວຽງຈັນ, ນະຄອນ ຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບລົມພັດແຮງ, ດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ຳຖ້ວມ ຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີ ຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາ ກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ແຈ້ງການ ຫັນຮ້ານແລກປ່ຽນເງິນຕາ ໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດ
Next Post: ເມື່ອລູກບໍ່ມັກກິນເຂົ້າ ພໍ່ແມ່ຄວນເຮັດແນວໃດ ?

Related Posts

ມາແນ່ນອນພາຍຸໄລອອນຣັອກ LIONROCK Featured
ຕິດເຊື້ອໃໝ່ 1.317 ປົວດີອອກໂຮງໝໍ 34 Featured
ອາກາດເຢັນຢູ່ທົ່ວໄປພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ Featured
ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ) Featured
ການຊື້ເຄື່ອງກວດໂຄວິດແບບໄວໃຊ້ເອງມີຄວາມສ່ຽງ Featured
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme