Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາວ ໄດ້ຮັບວັກຊິນ ແອັດສະຕາເຊເນກາ ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX

Posted on 19/02/202219/02/2022 By ປະກາດ Pakaad No Comments on ລາວ ໄດ້ຮັບວັກຊິນ ແອັດສະຕາເຊເນກາ ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX

ວັນທີ 18 ກຸມພາ 2022 ນີ້, ສປປ ລາວ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຊະນິດແອດສະຕາເຊເນກາ (AstraZeneca/Oxford) ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX Facility ເຊິ່ງເປັນການຮ່ວມມື ລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO) ໂດຍມີ ອົງການອຸຍນີເຊບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການຈັດສົ່ງວັກຊິນຊຸດນີ້, ເປັນການປະກອບສ່ວນເຂົ້າໃນພາລະກິດ ຂອງໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊິນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມໃນທົ່ວໂລກ ເເລະ ເປັນການຈັດສົ່ງວັກຊິນຊຸດທີ 10 ຈາກ COVAX ໃຫ້ເເກ່ ສປປ ລາວ, ບໍ່ດົນມານີ້, ທາງໂຄງການ ກໍໄດ້ມີການບໍລິຈາກວັກຊິນ Pfizer BioNTech ປະມານ 1,7 ລ້ານໂດສ໌ ໃຫ້ເເກ່ ສປປ ລາວ ໂດຍຜ່ານໂຄງການ COVAX Facility ເຊັ່ນດຽວກັນ, ລວມຈຳນວນວັກຊິນ ທີ່ໄດ້ຮັບຈາກໂຄງການ COVAX Facility ປັດຈຸບັນ, ສປປ ລາວ ມີວັກຊິນພຽງພໍ ທີ່ຈະໃຫ້ການສັກວັກຄົບໂດສ໌ ຕາມຄໍາແນະນໍາໃຫ້ແກ່ປະຊາຊົນຫລາຍກວ່າ 4,1 ລ້ານຄົນ ຫລື ປະມານ 56% ຂອງປະຊາກອນລາວ.

ຕາມແຜນການສັກວັກຊິນກັນ ໂຄວິດ-19 ແຫ່ງຊາດ, ວັກຊິນ AstraZeneca ຊຸດນີ້ຈະໄດ້ນໍາໃຊ້ປ້ອງກັນເເກ່ກຸ່ມບູລິມະສິດ ເຊັ່ນ: ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ ແລະ ພະນັກງານດ້ານສາທາລະນະສຸກ. ພ້ອມດຽວກັນນັ້ນ, ວັກຊີນເຫລົ່ານີ້ ຍັງຈະໄດ້ນຳໃຊ້ກັບປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງປະຊາກອນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ, ເຂດທີ່ເຂົ້າເຖິງໄດ້ຍາກ ແລະ ຍັງຈະໄດ້ນໍາໃຊ້ເພື່ອໃຫ້ການປ້ອງກັນເພີ່ມເຕີມ (ໂດສ໌ທີ 3) ເເກ່ບຸກຄົນທີ່ມີຄວາມສ່ຽງສູງເປັນພິເສດຕໍ່ພະຍາດໂຄວິດ-19.

ວັກຊິນ AstraZeneca ຊຸດນີ້, ຈະຊ່ວຍເລັ່ງໃຫ້ ສປປ ລາວ ກ້າວໄປສູ່ປົ້າໝາຍການສັກວັກຊິນໃຫ້ໄດ້ 87,25% ຂອງປະຊາກອນ ພາຍໃນທ້າຍປີ 2022, ເຊິ່ງມາຮອດວັນທີ 16 ກຸມພາ 2022 ມີປະຊາກອນລາວປະມານ 65,83% ໄດ້ຮັບການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປະມານ 58% ເເມ່ນໄດ້ຮັບຄົບໂດສ໌ຕາມ ຄໍາແນະນໍາເເລ້ວ.

ຂ່າວ: ກິດຕາ

Featured, ການກຸສົນ, ໂຄວິດ-19

Post navigation

Previous Post: ສະຫວັນນະເຂດຕົວເລກຕິດເຊື້ອສູງທີ່ສຸດມື້ນີ້
Next Post: ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ

Related Posts

ລະວັງໄພ! ພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka) Featured
ສປ.ຈີນ ປະກາດ ຊ່ວຍວັກຊິນ ສປປ ລາວ ອີກ 5 ແສນໂດສ Featured
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ Featured
ບ້ານແດງມີ 97 ບ້ານໃນນະຄອນຫຼວງວຽງຈັນ Featured
ຕິດເພີ່ມຢ່າງຕໍ່ເນື່ອງ 1.425 ຄົນ ເສຍຊີວິດ 8 Featured
ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme