Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດຍັງຈະສືບຕໍ່ເຢັນຫາໜາວ ເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ

Posted on 07/12/202107/12/2021 By ປະກາດ Pakaad No Comments on ອາກາດຍັງຈະສືບຕໍ່ເຢັນຫາໜາວ ເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ

ພະຍາກອນອາກາດ ວັນທີ 7 ທັນວາ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 8 ທັນວາ 2021

ມວນອາກາດເຢັນຍັງສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວ ເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນ ຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງຈະສືບຕໍ່ໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 07-21 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນ ລະຫວ່າງ 15-29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.

ແຂວງໄຊສົມບູນ: ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 05-23 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນ ລະຫວ່າງ 14-30 ອົງສາ.

ເຂດພູພຽງບໍລະເວນ: ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 07-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ແມ່ຕູ້ອາຍຸ 114 ປີ ຕິດໂຄວິດ ເສຍຊີວິດທີ່ໄຊຍະບູລີ
Next Post: ເພີ່ມຫຼາຍກວ່າເກົ່່າ 1378 ຄົນ ເສຍຊີວິດ 4

Related Posts

ຕິດເຊື້ອໃໝ່ 921 ປົວດີ 683 ເສຍຊີວິດ 6 Featured
ຝາສິມຂອງ ວັດສີສະເກດ “ສະຕະສະຫັສສາຣາມ” Featured
ຊື່ລົດໄຟຢ່າງເປັນທາງການແມ່ນ ຂະບວນລ້ານຊ້າງແລະຂະບວນແຄນລາວ Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ໄຂກອງປະຊຸມລັດຖະບານ ສະ ໄໝສາມັນ ປະຈຳເດືອນເມສາ 2022 ພິຈາລະນາ 8 ເລື່ອງສໍາຄັນ Featured
ໂຄງການເຈລະຈາທຸລະກິດອອນໄລນ໌ໄທ – ລາວ ເພື່ອສົ່ງເສີມແລະຮ່ວມມືດ້ານທຸລະກິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme