Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດມື້ນີ້ ອາກາດເຢັນຢູ່ໃນແຕ່ລະພາກ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ

Posted on 15/02/202215/02/2022 By ປະກາດ Pakaad No Comments on ພະຍາກອນອາກາດມື້ນີ້ ອາກາດເຢັນຢູ່ໃນແຕ່ລະພາກ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ

ພະຍາກອນອາກາດ ປະຈໍາວັນທີ 15/02/2022ເວລາ 7:00 ໂມງ

ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນຕົກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ໃນແຕ່ລະພາກ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງພາກ ເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 15/2/2022 ຫາເວລາ 7:00 ໂມງ ວັນທີ 16/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 06-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 20-31 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-36 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-26 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ແຂວງສະຫວັນນະເຂດແຈ້ງການ ຄ່າປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ
Next Post: ຕົວເລກຜູ້ຕິດເຊື້ອເໜັງຕີງຂຶ້ນມາອີກຄັ້ງໃນຫຼາຍແຂວງ

Related Posts

ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ Featured
ຝົນຈະຕົກຄ່ອຍຫາປານກາງ ຢູ່ທົ່ວທຸກພາກ ມື້ນີ້ 2/9/2021 Featured
ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ Featured
ການສັກວັກຊິນທົ່ວປະເທດ ຄົບເຂັມກວມ 61,24% ແລ້ວ Featured
ລົມເຢັນຍັງປົກຄຸມທົ່ວປະເທດ ຮັກສາສຸຂະພາບແດ່ເດີພີ່ນ້ອງ Featured
ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme