Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15

Posted on 16/03/202316/03/2023 By ປະກາດ Pakaad No Comments on ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15

ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸ ໂສ ລາວ-ອົດສະຕຣາລີ ຄັ້ງທີ 15 ໄດ້ຖືກຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ Michelle CHAN, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ພ້ອມນີ້ກໍມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ, ໂດຍສະເພາະໄດ້ຕີ ລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະ 70 ປີ ຜ່ານມາ ນັ້ບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952, ໄດ້ຊົມເຊີຍຜົນສຳເລັດຮ່ວມກັນ ໃນປິ 2022 ຜ່ານມາ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງ ສາຍພົວພັນການທູດ ລາວ-ອົດສະຕາລີ ຄົບ ຮອບ 70 ປີ, ເຫັນໄດ້ວ່າ ການພົວພັນຮ່ວມມືສອງປະເທດ ແມ່ນໄດ້ກວມເອົາໃນຫຼາຍດ້ານ ແລະ ໄດ້ຮັບການພັດທະນາເປັນກ້າວໆ ເປັນຕົ້ນແມ່ນ:

ການແລກ ປ່ຽນ ການຢ້ຽມ ຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງລະດັບຕ່າງໆເຊິ່ງກັນ ແລະ ກັນ ຢ່າງເປັນປົກ ກະຕິ. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງ ແລະ ແຜນການຮ່ວມ ມື ຂອງສອງປະເທດໃນອະນາຄົດ, ໂດຍສະເພາະ ໃນຂົງເຂດການພັດທະນາຊັບ ພະຍາກອນມະນຸດ, ພື້ນ ຖານໂຄງລ່າງ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການຊ່ວຍເຫລືອໃນການປ້ອງ ກັນ, ຄວບ ຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໂດຍຜ່ານກອບການຮ່ວມມື ທັງສອງຝ່າຍ ແລະ ຫຼາຍຝ່າຍ.

ພ້ອມນີ້, ສອງຝ່າຍໄດ້ສືບຕໍ່ປຶກສາຫາລື ແລະ ຢືນຢັນຄືນເຈດຈໍານົງໃນການຍົກລະດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership). ນອກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ, ລວມທັງການຮັດແໜ້ນການພົວ ພັນຮ່ວມມື ໃນຂອບການຮ່ວມມື ອານຸພາກພື້ນແມ່ນນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອາຊຽນ, ໂດຍສະເພາະ ສປປ ລາວ ໃນນາມເປັນປະເທດຜູ້ປະ ສານງານອາຊຽນ-ອົດສະຕຣາລີ ໄລຍະສົກປີ 2021-2024 ແລະ ກໍາລັງກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມເຖິງການກະກຽມສະເຫຼີມສະຫຼອງ ອາຊຽນ -ອົດສະຕຣາລີ ຄົບຮອບ 50 ປີ ໃນປີ 2024.

ໃນໂອກາດດຽວກັນນີ້, ທ່ານ ນາງ Michelle CHAN ໄດ້ສະແດງຄວາມຂອບໃຈ ມາຍັງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕັ້ງໜ້າ ແລະ ຫ້າວ ຫັນໃນຖານະເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ, ພ້ອມທັງໄດ້ຢັ້ງຢັນຄືນ ຈຸດຢືນຂອງ ອົດສະຕຣາລີ ຈະໃຫ້ການສະໜັບສະໜູນ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024, ລວມທັງການສະໜອງ ທຶນຝຶກອົບຮົມໃຫ້ແກ່ ພະນັກງານລາວ ໃນການຝຶກການເປັນນາຍແປພາສາ ແລະ ອື່ນໆ. ທ່ານ ນາງ Michelle CHAN ຍັງສະແດງຄວາມກຽມພ້ອມໃນການສະເຫຼີມສະ ຫຼອງ ຄົບຮອບ 50 ປີ ຂອງການເປັນປະ ເທດ ຄູ່ເຈລະຈາ ອາຊຽນ ຂອງອົດສະຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະ ທານຈັດກອງປະຊຸມສຸດຍອດອາຊຽນ.

ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສະ ແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະ ກອບສ່ວນການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຜ່ານການຊ່ວຍເຫລືອເພື່ອການພັດທະນາ (ODA) ເຊິ່ງໄດ້ກວມເອົາຂະແໜງການຕ່າງໆເຊັ່ນ: ການພັດທະນາຊັບພະ ຍາກອນມະນຸດ, ກະສິກໍາ, ການຄ້າ-ການລົງທຶນ ແລະ ອື່ນໆ.

ໃນວັນດຽວກັນນີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ Michelle CHAN, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ທີ່ກະຊວງ ການຕ່າງປະ ເທດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລາວ-ຍີ່ປຸ່ນ ຮ່ວມພັດທະນາແບບມີສ່ວນຮ່ວມ ສາມາດປັບຕົວ ແລະ ຍືນຍົງ
Next Post: ປະທານບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເຂົ້າຢ້ຽມຢາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

Related Posts

ບຸນທາດຫຼວງປີນີ້ອານຸຍາດໃຫ້ຈັດສາມມື້ Featured
ໃຜມີລົດເຖື່ອນຮີບໄປແຈ້ງເສຍພາສີດ່ວນຖ້າກາຍກໍານົດຈະຖືກປັບໃໝໜັກ Featured
ພະຍາກອນອາກາດ ວັນທີ 16 ທັນວາ 2021 Featured
ປິດບ້ານຂວາງແລະບ້ານນໍ້າເງິນ ເມືອງນາໝໍ້ຊົ່ວຄາວ Featured
ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ Featured
ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme