Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພົນເອກ ຄົນທີ່ 4 ຂອງ ສປປ ລາວ

Posted on 25/11/202126/11/2021 By ປະກາດ Pakaad No Comments on ພົນເອກ ຄົນທີ່ 4 ຂອງ ສປປ ລາວ

ທ່ານ ວິໄລ ຫລ້າຄໍາຟອງ ໄດ້ຮັບເລື່ອນຊັ້ນເປັນພົນເອກ

ໃນວັນທີ 26 ພະຈິກ 2021 ທີ່ສະໂມສອນສະໜາມມ້າ ກະຊວງປ້ອງກັນຄວາມສະ ຫງົບ, ໄດ້ມີພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ ທ່ານ ວິໄລ ຫລ້າຄໍາຟອງ ລັດ ຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ແລະ ປະກາດເລື່ອນຊັ້ນຈາກ ພົນຕີ ຂຶ້ນເປັນພົນໂທ ໃຫ້ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ,

ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປະດັບຊັ້ນຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນໍາຂັ້ນສູງພັກ-ລັດ, ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດ ອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ.

ໃນໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ພິທີ, ຊຶ່ງກ່ອນອື່ນ ທ່ານໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ສະແດງຄວາມຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນເທື່ອນີ້, ເຊິ່ງຢັ້ງຢືນໃຫ້ເຫັນເຖິງຜົນງານການປະກອບສ່ວນພັດທະນາວຽກງານ ປກສ ໃນຜ່ານມາ, ເປັນກໍາລັງທີ່ໄວ້ເນື້ອເຊື້ອໃຈຂອງພັກ-ລັດ ແລະ ປະຊາຊົນ. ແນວໃດກໍຕາມ, ໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນ ການຮັກສາສະເຖຍລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງ ຄົມ, ໂດຍສະເພາະ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ເພີ່ມທະວີວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການ ເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ລວມເຖິງບັນດາໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ,

ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງຫລັກການ ກໍຄື ໜ້າທີ່ການເມືອງ, ແລະ ແກ້ໄຂບັນຫາໃຫ້ຈະແຈ້ງ, ເປັນລະບົບ, ອັນສໍາຄັນແມ່ນຕ້ອງເດັດຂາດແກ້ໄຂຕໍ່ການປະພຶດແບບອາຍາສິດ, ການສໍ້ລາດບັງຫລວງ, ການເຊື່ອມຖອຍທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນ ທໍາປະຕິວັດ. ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ເອົາໃຈໃສ່ການຕິດຕາມກວດກາລະ ຫວ່າງຂັ້ນເທິງກັບຂັ້ນລຸ່ມໃຫ້ເປັນປົກກະຕິ, ເຂັ້ມງວດຕາມຫລັກການ ແລະ ແກ້ໄຂຖັນແຖວພະນັກງານທີ່ປະພຶດບໍ່ດີຢ່າງເດັດຂາດ ແລະ ເຖິງຖອງ.

ນອກຈາກນີ້, ກໍເອົາໃຈໃສ່ສູ້ຊົນວຽກງານພາລາທິການກັບທີ່ຕາມເງື່ອນໄຂ, ທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ເພີ່ມທະວີການຮ່ວມມືກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງ ເພື່ອຮ່ວມມືແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນໃຫ້ມີຄວາມສະຫງົບດີຂຶ້ນ.

ມາຮອດ ປະຈຸບັນ ສປປ ລາວ ມີເຈົ້າໜ້າທີ່ ລະດັບຊັ້ນ ພົນເອກ ຢູ່ 4 ສະຫາຍ ຄື.

  • 1. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ (ບໍານານ)
  • 2. ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ (ເສຍຊີວິດແລ້ວ)
  • 3. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ (ລັດຖະມົນຕີ ກະຊວງປ້ອງກັນປະເທດ)
  • 4. ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ (ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ)

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ. ຮູບ: ຂັນໄຊ ເຫກສົມບັດ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ມື້ດຽວເພີ່ມອີກ 1504 ຄົນ
Next Post: ແຂວງຊຽງຂວາງເຄັ່ງຄັດມາດຕະການຮອດ 9 ທັນວາ 2021

Related Posts

ສະຖິຕິໃໝ່ມື້ນີ້ເພີ່ມ1062ຄົນ Featured
ຊົມເຊີຍ! ປະຊາຊົນບ້ານໂພນຄໍາ ສ້າງຂົວໄມ້ຊ່ວຍກັນ Featured
ໂຄງການເຈລະຈາທຸລະກິດອອນໄລນ໌ໄທ – ລາວ ເພື່ອສົ່ງເສີມແລະຮ່ວມມືດ້ານທຸລະກິດ Featured
ແຈ້ງການຂອງ ສນຍ ຍົກລະດັບຮັບມື ໂຄວິດ-19 ລົງວັນທີ 31/8/2021 Featured
ສືບຕໍ່ມາດຕະການອີກ 15ມື້ Featured
ມື້ດຽວເພີ່ມອີກ 1504 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme