Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ນຳລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສສ ຫວຽດນາມ

Posted on 28/04/202228/04/2022 By ປະກາດ Pakaad No Comments on ຜູ້ນຳລາວ ຕ້ອນຮັບລັດຖະມົນຕີ ຕ່າງປະເທດ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 28 ເມສານີ້ ຢູ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ເມສານີ້.

ການຢ້ຽມລາວຄັ້ງນີ້ ຢູ່ທ່າມກາງໃນໂອກາດທີ່ສອງປະເທດ ພວມສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນປະສານງານລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຂວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນລະ ຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ບຸຍ ແທັງ ເຊິນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານປະເທດແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ, ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປລາວ ກໍຄືນະຄອນຫລວງວຽງຈັນໃນຄັ້ງນີ້, ທັງລາຍງານກ່ຽວກັບຜົນສໍາເລັດຂອງການພົບປະ ແລະ ເຮັດວຽກຮ່ວມກັບກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ.

ໃນຕອນບ່າຍຂອງວັນດຽວກັນນີ້ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ສປປ ລາວ ແລະ

ໃນເວລາຕໍ່ມາໄດ້ເດີ່ນທາງເຂົ້າຢ້ຽມຂ່ຳນັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢູ່ສຳນັກງານນາຍົກລັດຖະມົນຕີ.

ຂ່າວ: ສຸກສະຫວັດ

ພາບ: ເກດສະໜາ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ແຈ້ງເຕືອນ ຝົນຕົກໜັກ ຟ້າລົມຟ້າເຫຼື້ອມ ແລະ ລົມພັດແຮງ
Next Post: ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ຄັ້ງທີ 9

Related Posts

ພາກເໜືອຈະມີມວນອາກາດເຢັນແລະຝົນຂໍໃຫ້ຮັກສາສຸຂະພາບ Featured
ອາກາດຈະຮ້ອນຫາຮ້ອນອົບເອົ້າ Featured
ສກຂ ຫຼວງພະບາງ ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບ ທີ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021 Featured
ຄໍາສັ່ງລັອກດາວ ນະຄອນ ໄກສອນ ພົມວິຫານ Featured
ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ Featured
ປິດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme