ສສຊ ສໍາເລັດການພິຈາລະນາ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສຳເລັດການພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ສື່ມວນຊົນ ໃນວັນທີ 22 ມີຖຸນາ ວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນຊົມເຊີຍລັດຖະບານ ທີ່ມີຄວາມພະຍາຍາມໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງຜ່ານການປະຕິບັດຕົວຈິງ ແຕ່ເດືອນກໍລະກົດ 2021 ຫາ ເດືອນພຶດສະພາ 2022 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ເຖິງ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ, ຢຶດຢາເສບຕິດປະເພດຢາບ້າໄດ້ 177.752.115 ເມັດ, ນໍ້າໜັກລວມ 17.887,29 ກິໂລ, ພ້ອມນີ້ ກຸ່ມເສບ, ຂົນສົ່ງ-ຄ້າຂາຍ ຢາເສບຕິດມີຄວາມຢ້ານກົວ, ຈຳນວນໜຶ່ງໄດ້ຢຸດເຊົາ.
ສ່ວນທິດທາງແຜນການຈຸດສຸມໃນໄລຍະຕໍ່ໄປ, ສະມາຊິກສະພາແຫ່ງຊາດ ໄດ້ສະເໜີດັ່ງນີ້:
1. ຕ້ອງໄດ້ເພີ່ມທະວີການຍົກສູງຄວາມສາມາດ ໃນການນຳພາຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ກາຍເປັນຄວາມຮັບຜິດຊອບໂດຍກົງ, ເດັດຂາດຂອງຄະນະພັກ-ຄະນະນຳແຕ່ລະຂັ້ນ, ຖືເອົາການແກ້ໄຂບັນຫາຢາເສບຕິດເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານປອດຢາເສບຕິດ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອສ້າງໃຫ້ທຸກຄົນມີສະຕິລະວັງຕົວ ແລະ ເຂົ້າຮ່ວມໃນການຕ້ານ, ສະກັດກັ້ນ ບັນຫາຢາເສບຕິດຢ່າງແຂງແຮງ;
2. ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມຫຼາຍຂຶ້ນ ແລະ ຕໍ່ເນື່ອງ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ເລິກເຊິ່ງ, ເຖິງຖອງ ແລະ ທົ່ວເຖິງທຸກເປົ້າໝາຍໃນສັງຄົມ, ສິ່ງສຳຄັນ ແມ່ນເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ ແລະ ຊຸມຊົນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງ, ມີປະສິດທິຜົນ ແລະ ໄດ້ຮັບຜົນດີ;
3. ສືບຕໍ່ປັບປຸງ, ສ້າງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດໃຫ້ຮັດກຸມ, ບໍ່ໃຫ້ມີຊ່ອງວ່າງ, ກົດໜ່ວງທ່ວງດຶງ, ຖືກຕ້ອງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການເລັ່ງທວງໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ;
4. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ກໍຄືໜ່ວຍງານ ແລະ ບຸກຄະລາກອນ ທີ່ຮັບຜິດຊອບໂດຍກົງ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເດັດຂາດ, ໂປ່ງໃສ, ເປັນມືອາຊີບ ແລະ ມີຄວາມສາມາດພຽງພໍໃນການເຄື່ອນໄຫວແກ້ໄຂບັນຫາຢາເສບຕິດ. ພ້ອມນີ້, ກໍຕ້ອງເອົາໃຈໃສ່ເພີ່ມຄວາມສາມາດທາງດ້ານພື້ນຖານໂຄງລ່າງ, ເຕັກນິກ – ວິຊາການ, ເຄື່ອງມືທີ່ທັນສະໄໝ, ງົບປະມານຮັບໃຊ້ຢ່າງເໝາະສົມ ແລະ ເປັນລະບົບຄົບຊຸດ ເພື່ອຮັບໃຊ້ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
5. ສະເໜີໃຫ້ເອົາໃຈໃສ່ ຕໍ່ການບຳບັດ-ປິ່ນປົວຜູ້ຕິດຢາເສບຕິດ ຊຶ່ງໃນປັດຈຸບັນ ກໍຄືໃນຊຸມປີຕໍ່ໜ້າ ເຫັນວ່າຍັງມີຄວາມຈຳເປັນ ຕ້ອງໄດ້ປັບປຸງບັນດາສູນ ກໍຄືສະຖານບຳບັດ-ປິ່ນປົວ ແລະ ຝຶກວິຊາຊີບ ເພື່ອຮັບໃຊ້ໃຫ້ແກ່ວຽກງານດັ່ງກ່າວ, ຄົ້ນຄວ້າປະກອບພາຫະນະ, ອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ບຸກຄະລາກອນແພດໝໍ ກໍຄືວິຊາການດ້ານຕ່າງໆ ໃຫ້ມີຄວາມຮັບປະກັນຢ່າງເໝາະສົມ. ສ່ວນຄາດໝາຍຕໍ່ໄປແມ່ນຕ້ອງໄດ້ພະຍາຍາມເຮັດໃຫ້ຜູ້ຕິດຢາເສບຕິດຫຼຸດລົງເປັນກ້າວໆ ຊຶ່ງນັ້ນແມ່ນຕົວຊີ້ວັດໜຶ່ງທີ່ຊີ້ໃຫ້ເຫັນປະສິດທິຜົນ ໃນການແກ້ໄຂບັນຫາຢາເສບຕິດຢູ່ປະເທດເຮົາ;
6. ສະເໜີໃຫ້ສືບຕໍ່ການຮ່ວມມືກັບສາກົນ, ໂດຍສະເພາະແມ່ນກັບບັນດາປະເທດໃກ້ຄຽງໃນອະນຸພາກພື້ນ, ພາກພື້ນໃຫ້ແໜ້ນແຟ້ນ, ເປັນລະບົບ, ຮັດກຸມ ເພື່ອສະກັດກັ້ນ, ປາບປາມຂະບວນການຢາເສບຕິດໃຫ້ແຂງແຮງ, ມີຈຸດສຸມ ແລະ ມີປະສິດທິຜົນ. ພ້ອມນີ້, ຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອທາງດ້ານອຸປະກອນ-ເຕັກນິກ, ວິຊາການ ແລະ ທຶນຮອນ ຈາກປະເທດເພື່ອນມິດໃຫ້ຫຼາຍຂຶ້ນ.
(ຂ່າວ: ສຳນານ)