Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດເຢັນລົງຕື່ມອີກ 1-2 ອົງສາ ໃນແຕ່ລະພາກ

Posted on 22/11/202122/11/2021 By ປະກາດ Pakaad No Comments on ອາກາດເຢັນລົງຕື່ມອີກ 1-2 ອົງສາ ໃນແຕ່ລະພາກ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າວັນທີ 22 ພະຈິກ 2021 ເຖິງເວລາ 7:00 ໂມງເຊົ້າວັນທີ 23 ພະຈິກ 2021.

ມວນອາກາດເຢັນທີ່ປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນແພ່ລົງມາປົກ ຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມ ທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນລົງ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ຈະ ເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຍັງຈະໜາວເຢັນ ຢູ່ເຂດພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກບາງໜາປົກ ຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 11–28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14–33 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດ ແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22–34 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 17–33 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10–26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 16–34 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 12–25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຕິດເຊື້ອໃໝ່ 921 ປົວດີ 683 ເສຍຊີວິດ 6
Next Post: ອ່ານດ່ວນເງື່ອນໄຂຄົນຕິດເຊື້ອທີ່ຈະຕິດຕາມຢູ່ເຮືອນ

Related Posts

ພີທີທີ ລາວ ຊີ້ແຈ້ງ ກໍລະນີປໍ້າ ວຽງຈະເລີນ ເປັນການກະທໍາ ໂດຍພາລະການ Featured
ສປປ ລາວ ກຽມເປີດປະເທດແລ້ວ Featured
ເສຍຊີວິດໃໝ່ 5 ຕິດເຊື້ອເພີ່ມ 929 (ນວ 549) Featured
ຍັງເພີ່ມຂຶ້ນຕໍ່ເນື່ອງ! ເສຍຊີວິດ 1 ຕິດໃໝ່ 427 Featured
ແຂວງຜົ້ງສາລີແຈ້ງການໃຫ້ກຸ່ມເປົ້າໝາຍມາສັກວັກຊິນຕາມແຜນ Featured
ລັດຖະບານໄດ້ຄົ້ນຄວ້າແລ້ວຈະບໍ່ຂາຍຫຸ້ນທະນາຄານການຄ້າ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme