Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານນາຍົກ ຊີ້ນໍາຄະນະສະເພາະກິດ ຮັບຜິດຊອບວຽກງານ ໂຄວິດ-19 ໃຫ້ເດັດຂາດ ຕໍ່ມາດຕະການຕ່າງໆທີ່ວາງອອກ

Posted on 06/08/202006/08/2020 By ປະກາດ Pakaad No Comments on ທ່ານນາຍົກ ຊີ້ນໍາຄະນະສະເພາະກິດ ຮັບຜິດຊອບວຽກງານ ໂຄວິດ-19 ໃຫ້ເດັດຂາດ ຕໍ່ມາດຕະການຕ່າງໆທີ່ວາງອອກ

ໃນຕອນເຊົ້າ ຂອງວັນທີ 5 ສິງຫາ 2020 ທີ່ ສຳນັກງານນາຍົກລັດ ຖະມົນຕີ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ໃນຄະນະສະເພາະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນເດືອນໄລຍະເດືອນກໍລະ ກົດ ແລະ ຕົ້ນເດືອນສິງຫາ, ຈາກທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ; ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນ ຕໍ່ວຽກງານ ທີ່ຕິດພັນກັບຂະແໜງການຂອງຕົນ, ພ້ອມທັງ ຕີລາຄາປະເມີນຄືນ ການຈັດຕັ້ງປະຕິບັດວຽກງານ ແລະ ສະເໜີປັບປຸງບາງວຽກງານ ທີ່ເຫັນວ່າ ບໍ່ທັນຈະແຈ້ງ, ການຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ຍັງມີຊ່ອງຫວ່າງ ທີ່ອາດເຮັດໃຫ້ເກີດຄວາມສ່ຽງ ຕໍ່ວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະຫຼຸບສັງລວມ ຜົນການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ແລະ ມີທິດຊີ້ນຳ ໃຫ້ພາກ ສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນ ສືບຕໍ່ເຂັ້ມງວດ ຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ;

ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳໂຕໄປກວດຫາເຊື້ອ ແລ້ວກັກບໍລິເວນຢູ່ໂຮງແຮມ ຫຼື ສູນ ທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ;

ປັບປຸງເງື່ອນ ໄຂ, ມາດຕະການ, ກົນໄກການປະສານງານ ການເຂົ້າມາ ສປປ ລາວ ໃຫ້ມີຄວາມຮັດກຸມ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ໂດຍສະ ເພາະການສະໜອງຂໍ້ມູນຜູ້ໂດຍສານກ່ອນການເດີນທາງເຂົ້າມາ, ການເກັບຕົວຢ່າງກວດຫາເຊື້ອພະຍາດ ຢູ່ສະໜາມບິນ, ການຈັດສົ່ງໄປຈຳກັດບໍລິເວນຢູ່ໂຮງແຮມ, ພ້ອມທັງມີການຕິດຕາມກວດກາ ຢ່າງເປັນປົກກະຕິ ແລະ ມີປະສິດທິຜົນ;

ເຂັ້ມງວດໃນການຕິດຕາມ ກວດກາ ແລະ ຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ ແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດ ຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດ ຖະບານ ແມ່ນໃຫ້ດຳເນີນການຕັກເຕືອນ, ປັບໄໝ, ຫາກຍັງຝ່າຝືນຢູ່ ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸ ລະກິດແລະ ລົບລ້າງໃບທະບຽນວິສາຫະກິດ ຕາມຂັ້ນຕອນ;

ເອົາໃຈໃສ່ຄຸ້ມຄອງນັກສຶກສາລາວຢູ່ຕ່າງປະເທດໃຫ້ດີ, ຫາກມີຈຸດປະສົງ ຈະກັບເຂົ້າມາ ສປປ ລາວ ກໍ່ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ກໍລະນີມີການລະເມີດ ກໍ່ຕ້ອງໄດ້ປະຕິບັດມາດຕະການທີ່ເໝາະສົມ;

ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ປະຊາສຳພັນ ແລະ ເຜີຍແຜ່ ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະ ຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດ COVID-19 ອີກຮອບໃໝ່, ພ້ອມທັງ ເປັນເຈົ້າການ ແລະ ມີສະຕິໃນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ຕາມຄຳແນະນໍາຂອງຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ໃຫ້ປອດຈາກການຕິດເຊື້ອຂອງພະຍາດ COVID-19,

ພ້ອມກັນນັ້ນ ກໍໃຫ້ໂຄສະນາ ແລະ ເຜີຍແຜ່ການປະຕິບັດໜ້າທີ່ ຂອງຄະນະສະເພາະກິດ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.

ຂ່າວ;ພາບ: ກົມປະຊາສຳພັນ ສນຍ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ໄປໃສ່ມອງເຈຍຢູ່ຖໍ້າ ພົບພຣະພຸດທະຮູບ ເກົ່າແກ່ຈໍານວນຫຼາຍ
Next Post: ສື່ມວນຊົນກອງທັບ ເອົາໃຈໃສ່ປັບປຸງກໍ່ສ້າງພັດທະນາຕົນເອງເພື່ອຕອບສະໜອງ ກັບໜ້າທີ່ການເມືອງ ໃນໄລຍະໃໝ່

Related Posts

ພະຍາກອນອາກາດ ປະຈໍາວັນທີ 22 ເມສາ 2022 Featured
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 Featured
ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ! Featured
ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022 Featured
ຕິດເຊື້ອເພີ່ມພຽງ 1 ກໍລະນີ (ໂຄວິດ-19 ວັນທີ 9 ມິຖຸນາ 2021) Featured
ລົດຈັກ 16 ຄັນຂອງໃຜ? ກວດເບິ່ງເລກຈັກເລກຖັງດ່ວນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme