Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປປ ລາວ ສັກວັກຊິນ ມີຄວາມຄືບໜ້າຕາມເປົ້າທີ່ຕັ້ງໄວ້

Posted on 18/08/202118/08/2021 By ປະກາດ Pakaad No Comments on ສປປ ລາວ ສັກວັກຊິນ ມີຄວາມຄືບໜ້າຕາມເປົ້າທີ່ຕັ້ງໄວ້

ຄະນະສະເພາະກິດ ລາຍງານ ຂໍ້ມູນການຮັບວັກຊິນກັນພະຍາດໂຄວິດ-19 ໃນທົ່ວປະເທດລ່າສຸດ ປະຈຳວັນທີ 16/8/2021.

ທົ່ວປະເທດ ສັກເຂັມທີ 1 ມີເຖິງ 1.756.711 ເຂັມ, ແລະ ສັກເຂັມທີ 2 ມີ 1.510.673 ເຂັມ

ເປົ້າໝາຍຂອງລັດຖະບານ ຄື ໃຫ້ ໄດ້ 50% ຂອງ ປະຊາກອນ ທົ່ວປະເທດ ໃນທ້າຍປີ 2021 ນີ້!

ວັກຊີນກັນພະຍາດໂຄວິດ-19 ທີ່ກຳລັງນຳໃຊ້ໃນປະເທດລາວເຊັ່ນ: ຊີໂນຟາມ, ແອັສຕຣາເຊເນກ້າ, ຟາຍເຊີ້ ແລະ ຈອນສັນ ແລະ ຈອນສັນ ແມ່ນລ້ວນແລ້ວແຕ່ມີຄວາມປອດໄພ ແລະ ປະສິດທິຜົນໃນການປ້ອງກັນພະຍາດໂຄວິດ-19, ໂດຍສະເພາະແມ່ນການເຈັບເປັນຮຸນແຮງ ແລະ ການເສຍຊີວິດ. ບັນດາວັກຊີນເຫຼົ່ານີ້ແມ່ນໄດ້ຜ່ານຂັ້ນຕອນການກວດສອບ ແລະ ຮັບຮອງຈາກກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຫຼາຍໆໜ່ວຍງານແຫ່ງຊາດທີ່ກ່ຽວຂ້ອງ.

ຍ້ອນວັກຊີນ ຈອນສັນ ແລະ ຈອນສັນ ເປັນວັກຊີນທີ່ສາມາດສ້າງພູມຄຸ້ມກັນໄດ້ພາຍໃນເຂັມດຽວ, ວັກຊີນດັ່ງກ່າວຈຶ່ງເປັນເຄື່ອງມືສຳຄັນທີ່ຈະເຂົ້າເຖິງກຸ່ມທີ່ຢູ່ຫ່າງໄກສອກຫຼີກ ແລະ ສາມາດເພີ່ມອັດຕາການສັກຢາໄດ້ໄວຂຶ້ນ. 😷

ທ່ານທີ່ຢູ່ນະຄອນຫຼວງວຽງຈັນສາມາດລົງທະບຽນໄດ້ໂດຍກົດທີ່ລີ້ງນີ້ http://vaccinatelaos.la

.

ຂໍ້ມູນຈາກ : ສູນຂ່າວສານການແພດສຸຂະສຶກສາ

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ
Next Post: ຮີບມາກວດດ່ວນ! ແຈ້ງການຈາກ ເມືອງທ່າແຂກ

Related Posts

ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ) Featured
ອາກາດຍັງໜາວເຢັນຫາໜາວເຢັນຫລາຍຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ Featured
ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາ ລັງປານກາງ ຫາ ແຮງ Featured
ພະຍາກອນອາກາດ ປະຈໍາວັນທີ 4 ພຶດສະພາ 2022 Featured
ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ Featured
ການຕິດເຊື້ອສູງຫຼາຍ ໂດຍສະເພາະນະຄອນຫຼວງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme