Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະທານປະເທດ ແຫ່ງ ສປປ ລາວ ສົ່ງຄໍາອວຍພອນປີໃໝ່ລາວ ຈ.ສ 1384

Posted on 14/04/202214/04/2022 By ປະກາດ Pakaad No Comments on ປະທານປະເທດ ແຫ່ງ ສປປ ລາວ ສົ່ງຄໍາອວຍພອນປີໃໝ່ລາວ ຈ.ສ 1384

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສ ປ ປ ລາວ

ສົ່ງຄໍາອວຍພອນປີໃໝ່ລາວ ຈ.ສ 1384 ພ.ສ 2565 ໃຫ້ເເກ່ ພໍ່ເເມ່ ປະຊາຊົນລາວ

ເນື່ອງໃນໂອກາດສົົ່ງທ້າຍປີເກົ່າ ພ.ສ 2564, ຕ້ອນຮັບປີໃໝ່ ພ.ສ 2565 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນ ປະຊາຊົນລາວທົ່ວປະເທດ, ປະຊາຊົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຊຶ່ງມີເນື້ອໃນດັ່ງນີ້:

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ປີເກົ່າ ປີສະລຸ ພ.ສ 2564 ກຳລັງຈະຜ່ານໄປ ແລະ ປີໃໝ່ ປີຂານ ພ.ສ 2565 ກຳລັງຈະມາແທນທີ່, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຮ່ວມກັບພໍ່ແມ່ພີ່ນ້ອງຮ່ວມຊາດເຮົາສະເຫຼີມສະຫຼອງ ເພື່ອຕ້ອນຮັບກຸດສົງການປີໃໝ່ ຊຶ່ງຖືເປັນມື້ສັນວັນດີ ແລະ ເປັນສີຣິມຸງຄຸນ ທີ່ປະຊາຊົນລາວເຮົານັບຖື ເປັນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາຕະຫຼອດມາ.

ຮຽນ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ !

ປີສະລຸ ກຳລັງຈະຜ່ານພົ້ນໄປນັ້ນ, ຕ້ອງຖືໄດ້ວ່າເປັນອີກປີໜຶ່ງ ທີ່ປະຊາຊົນລາວທຸກຖ້ວນໜ້າຂອງພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນໃນປະເທດຂອງພວກເຮົາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດຜ່ານພົ້ນໄດ້ ເຊິ່ງປະເທດເຮົາຍັງປົກປັກຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບທາງສັງຄົມ, ເສດຖະກິດ ກໍຍັງຢູ່ໃນລະດັບກຳລັງຟື້ນຟູ ແລະ ສືບຕໍ່ມີບາດກ້າວຂະຫຍາຍຕົວໃນລະດັບທີ່ແນ່ນອນ; ປະຊາຊົນເຮົາໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງຮ່ວມໃຈກັນບຸກໜ້າບືນຕົວຜ່ານຜ່າຮ່ວມກັນ, ຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ພ້ອມພຽງກັນປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ມາໄດ້ຢ່າງເປັນໜ້າຊື່ນຊົມ.

ທຸກໆສິ່ງ ທີ່ປະຊາຊົນເຮົາຍາດມາໄດ້ຈາກການຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການໃນປີຜ່ານມານັ້ນ, ມັນເປັນພື້ນຖານອັນສຳຄັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ, ການດຳລົງຊີວິດຂອງທຸກໆຄົນໃນຊາດ ເພື່ອກ້າວເຂົ້າສູ່ປີໃໝ່ ປີຂານ ພ.ສ 2565 ຈະມາເຖິງນີ້ ດ້ວຍຄວາມຫວັງ ແລະ ກຳລັງໃຈຂອງຄົນໃນຊາດ ເພື່ອປະເຊີນໜ້າກັບສິ່ງທ້າທາຍທົດສອບໃນປີຂານທີ່ຈະມາເຖິງນີ້ ແລະ ເພື່ອນຳເອົາປະເທດຊາດທີ່ແສນຮັກຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂໍຖືໂອກາດອັນເລີກງາມຍາມດີນີ້, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ໃຫ້ແກ່ປວງຊົນລາວທຸກຖ້ວນໜ້າໃນທົ່ວປະເທດ, ປະຊາຊົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ມີໂຊກໄຊ ແລະ ປາຖະໜາສິ່ງໃດ ກໍຂໍໃຫ້ໄດ້ດັ່ງຄວາມມຸ່ງຫວັງທຸກປະການ ດ້ວຍເທີ້ນ !.

ຂໍໃຫ້ທຸກໆທ່ານ ມີສະຕິໃນການສະຫຼອງກຸດສົງການປີນີ້ ຢ່າງລະມັດລະວັງ, ຂໍໃຫ້ປະຕິບັດຕາມຄຳສັ່ງ, ຄຳແນະນຳ ຂອງທາງການຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງທ່ານ ແລະ ຂອງໝົດທຸກໆຄົນ ຂອງພວກເຮົາ.

ໂຊກດີປີໃໝ່!

Featured, ບຸນປະເພນີ, ລັດຖະບານ

Post navigation

Previous Post: ພິທີອະຣາດທະນາພຣະເຈົ້າສິງຫ໌ຄຳ ລົງຫົດສົງ ປີໃໝ່ລາວ
Next Post: ອາກາດຮ້ອນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ

Related Posts

ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ສະຖາບັນການເງິນ ຊັບທະວີ ລົງນາມນໍາໃຊ້ ຜະລິດຕະພັນຂອງ M Money Featured
ຂໍ້ມູນການຕິດທີ່ນະຄອນຫຼວງວຽງຈັນມື້ນີ້ Featured
ລັດຖະບານກູ້ເງິນຈາກເອດີບີຈັດຊື້ລົດສຸກເສີນ50ຄັນແຈກຢາຍໄປທົ່ວປະເທດ Featured
ແມງກະເບື້ອທ່າຊ້າງ vs ແມງກະເບື້ອຜາຕັ້ງ Featured
ກູ້ໄພແຂວງຄໍາມ່ວນ ມອບເຄື່ອງຈັກພົ່ນຢາຂ້າເຊື້ອໃຫ້ແກ່ ເມືອງໄຊບົວທອງ Featured
ແຂວງຜົ້ງສາລີອອກແຈ້ງການເພີ່ມເຕີມໃນການຮັບມືໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme