Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຄົນເຈັບຕິດໂຄວິດຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້

Posted on 08/11/202108/11/2021 By ປະກາດ Pakaad No Comments on ຂໍ້ມູນຄົນເຈັບຕິດໂຄວິດຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້

ມາຮອດວັນທີ 8 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47,842 ຄົນ, ເສຍຊີວິດສະສົມ 86 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 499 ຄົນ, ກໍາລັງປິ່ນປົວ 8,862 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1 ແມ່ນ ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.

ໃນຄອບຄົວມີ 9 ຄົນ ແລະ ຕິດເຊື້ອທັງໝົດ. ພະຍາດປະຈໍາຕົວ ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ. ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ.

ວັນທີ 27 ຕຸລາ 2021 ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19. ວັນທີ 30 ຕຸລາ 2021 ຜົນອອກພົບເຊື້້ອ ແລະ ເຂົ້າສູນປີ່ນປົວ.

ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວ ແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້. ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2 ແມ່ນ ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈຳຕົວ ເປັນເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອ້ວນ. ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19.

ວັນທີ 05 ພະຈິກ 2021 ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ. ວັນທີ 06 ພະຈິກ 2021 ໄດ້ຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ດ້ວຍອາການໄອຫຼາຍ, ມີຂີ້ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ ແລະ ກະວົນກະວາຍ.

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້. ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3 ແມ່ນເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈຳໂຕແມ່ນເປັນເບົາຫວານ ແລະ ຄວາມດັນເລືອດສູງ. ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ.

ວັນທີ 17 ຕຸລາ 2021 ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19. ວັນທີ 18 ຕຸລາ 2021 ຜົນກວດອອກມາແມ່ນພົບເຊື້ອ ແລະ ໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນ ມີໄຂ້ ແລະ ວິນຫົວ.

ໄລຍະນອນປິ່ນປົວປົວຢູ່ມິດຕະພາບ ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021.ມາຮອດເວລາ 07:10 ໂມງ ຂອງວັນທີ 07 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.

ຜູ້ທີ 4ແມ່ນ ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.

ປະຫັວດພະຍາດປະຈໍາຕົວ ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ. ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

ວັນທີ 27 ຕຸລາ 2021: ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງ, ຍ້ອນວ່າຄອບຄົວຕິດເຊື້ອໝົດທຸກຄົນ ແລະ ບໍ່ມີໃຜເບີ່ງແຍງຜູ້ກ່ຽວ.

ວັນທີ 30 ຕຸລາ 2021 ໄດ້ເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອ ຊື່ງຄົນເຈັບມີອາການ ອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວ ແລະ ເວລາ 10:00 ໂມງ ຂອງມື້ດຽວກັນ ໄດ້ນໍາສົ່ງຄົນເຈັບ ມາປີ່ນປົວຢູ່ໂຮງໝໍແຂວງ.

ໄລຍະນອນປິ່ນປົວປົວ ແຕ່ວັນທີ 27 ຕຸລາ 2021 – 07 ພະຈິກ 2021, ເປັນເວລາ 12 ມື້. ມາຮອດເວລາ 18:00 ໂມງ ຂອງວັນທີ 07 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.

Featured, ໂຄວິດ-19

Post navigation

Previous Post: ສະຖານະການໂຄວິດທົ່ວປະເທດລາວເພີ່ມ 786ຄົນ ເສຍຊີວິດໃໝ່ສີ່ຄົນ
Next Post: ແສງທອງອັດສະດົງທີ່ບຶງທາດຫຼວງ

Related Posts

ເພີ່ມອີກ 5 0 0 ກໍລະນີ ມີຊຸມຊົນ 4 7 1 Featured
ປົວດີ 708 ຕິດໃໝ່ 1471 ເສຍຊີວິດ 11 Featured
ຂ່າວດ່ວນ! ມີຄົນເຈັບເສຍຊີວິດ ຢູ່ຫ້ອງນໍ້າ ໂຮງໝໍແຂວງສະຫວັນນະເຂດ Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ເຂດແຂວງໄຊຍະບູລີມີແຜ່ນດິນໄຫວອີກແລ້ວມື້ນີ້ສີ່ຄັ້ງ Featured
ນະຄອນຫຼວງວຽງຈັນຫ້າມຈັດບຸນອອກພັນສາໃນເຂດບ້ານແດງເດັດຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme