Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77

Posted on 26/09/202226/09/2022 By ປະກາດ Pakaad No Comments on ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77

ໃນວັນທີ 24 ກັນຍາ 2022, ທ່ານ ສະ ເຫຼີມໄຊ ກົມມະສິດ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະ ເທດ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງ ການສະຫະປະຊາຊາດ ສະໄໝທີ 77 ທີ່ ນະຄອນນິວຢອກ, ໂດຍທ່ານໄດ້ຍົກໃຫ້ເຫັນບັນຫາສິ່ງທ້າທາຍຕ່າງໆທີ່ປະຊາຄົມໂລກພວມປະເຊີນຫນ້າໃນປັດຈຸບັນ, ເຊິ່ງໃນນັ້ນ ຂອບການຮ່ວມມືຫຼາຍຝ່າຍ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຮ່ວມມືເພື່ອການພັດ ທະນາ ພວມຖືກກົດຫນ່ວງ, ໃນຂະນະທີ່ມາດຕະການຝ່າຍດຽວ ພັດຖືກນຳໃຊ້ຢ່າງກວ້າງຂວາງ ແຕ່ບໍ່ສາມາດຊ່ວຍແກ້ໄຂບັນຫາໃດໆໄດ້ໃນຕົວຈິງ, ໃນທາງກົງກັນຂ້າມໄດ້ສ້າງຄວາມອັບປະໂຫຍດມາສູ່ທຸກຝ່າຍ ແລະ ນຳເອົາຄວາມທຸກຍາກລຳບາກມາສູ່ປະຊາຊົນຜູ້ບໍລິສຸດ.

ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮຽກ ຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໂດຍສັນຕິວິທີ ບົນພື້ນຖານການຍຶດໝັ້ນໃນຫຼັກການຂອງກົດບັດສະຫະປະຊາຊາດ ແລະ ບົດບາດເປັນແກນກາງໃນການນຳພາຂອງອົງການ ສປຊ ຕາມທິດທາງການຮ່ວມມືຫຼາຍຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຊິ່ງຈະເປັນ ວິທີທາງ ທີ່ຈະຊ່ວຍຫັນປ່ຽນສະ ພາບການໄດ້ຢ່າງມີປະສິດທິພາບ, ມີຄວາມຍືນຍົງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຍຸກສະໄໝ ໂດຍສະເພາະເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງດ້ານກຳລັງອາວຸດ, ວິກິດການດ້ານສິ່ງແວດລ້ອມ, ເສດຖະກິດ ແລະ ພະລັງງານ ທີ່ພວມສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາໃນທົ່ວໂລກ.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ໃນລະດັບພາກພື້ນ, ອາຊຽນ ຍັງສືບຕໍ່ເປັນພາກພື້ນທີ່ມີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນຕະ ຫຼອດໄລຍະເວລາອັນຍາວນານ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ສຳລັບທຸກປະເທດສະມາຊິກ ອາຊຽນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຕໍ່ບົດບາດຄວາມເປັນແກນກາງ, ຄວາມເປັນປຶກແຜ່ນ, ກວມລວມ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບເຊ່ິງກັນ ແລະ ກັນ, ເຊິ່ງເປັນພື້ນຖານອັນຫນັກແຫນ້ນ ໃຫ້ແກ່ຂອບການຮ່ວມມືຂອງ ອາຊຽນ ທັງໝົດ.

ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນອັນແຮງກ້າ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາຂອງສາກົນ ເຊິ່ງ ລວມທັງ ແຜນປະຕິບັດງານສໍາລັບປະ ເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ຂອບການຮ່ວມມືເພື່ອການພັດ ທະນາຂອງ ອົງການ ສປຊ, ພ້ອມທັງສະໜັບສະໜູນມາດຕະການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງດ້ວຍສັນຕິວິທີ ບົນພື້ນຖານກົດບັດ ສະຫະປະຊາຊາດ ແລະ ກົດ ໝາຍສາກົນ ແລະ ການຮ່ວມມືເພື່ອການພັດທະນາ ທີ່ມີເປົ້າຫມາຍຮ່ວມກັນ ແລະ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດ ຕ້ອງສືບຕໍ່ຢຶດຖືເປັນແກນກາງຂອງການພົວພັນສາກົນ. ເພື່ອສາມາດປະຕິບັດຢ່າງເປັນຈິງໄດ້, ພວກເຮົາຕ້ອງນຳໃຊ້ວິທີທາງເພື່ອແກ້ໄຂບັນຫາ ໂດຍສຸມໃສ່ພຶດຕິກຳຕົວຈິງ ແລະ ບໍ່ສວຍໃຊ້ເພື່ອຫັນປ່ຽນເປັນບັນຫາການເມືອງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ຍັງໄດ້ສະແດງຄຳໝາຍໝັ້ນຕໍ່ສະ ມັດຊາໃຫຍ່ ສປຊ ວ່າ ສປປ ລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການພັດ ທະນາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແນໃສ່ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນໃນທົ່ວໂລກ. ໃນຕອນທ້າຍ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ບັນ ດາປະເທດສະມາຊິກອົງການ ສປຊ ທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການລົງສະໝັກເປັນສະມາຊິກສະພາເສດຖະ ກິດ-ສັງຄົມ ຂອງສະຫະປະຊາຊາດ ສໍາລັບສົກປີ 2023-2025 ພ້ອມທັງສະແດງຄວາມກຽມພ້ອມ ໃນການຈະປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ປະກອບສ່ວນຢ່າງເໝາະສົມ.

ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດ ຊາໃຫຍ່ ອົງການສະຫະປະຊາຊາດ ສະ ໄໝທີ 77 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆຢ່າງຫ້າວຫັນ ແລະ ມີຜົນສຳ ເລັດເປັນຢ່າງດີ ພ້ອມທັງໄດ້ພົບປະກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອີກຈຳນວນໜຶ່ງ ຊຶ່ງປະ ກອບສ່ວນສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສາກົນ ທັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີ ສາກົນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ກຽມຮັບມືພາຍຸ ໂນຣູ 26-30 ກັນຍາ 2022
Next Post: Stellantis N.V., ກໍາລັງຈະເປີດຕົວລົດຍີ່ຫໍ້ PEUGEOT (ເປີໂຢ) ໃນລາວ

Related Posts

ມື້ນີ້ນະຄອນຫຼວງວຽງຈັນມີບ້ານແດງ158ບ້ານ Featured
Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ Featured
ໂຄວິດ-19 ຕິດເພີ່ມ 6 ຄົນ ຈາກ 3 ແຂວງ (13/6/2021) Featured
ທົ່ວປະເທດ ປົວດີ 72 ຕິດເພີ່ມ 394 Featured
ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າ ຫສນຍ Featured
ເປີດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme