Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022

Posted on 24/03/202224/03/2022 By ປະກາດ Pakaad No Comments on ປີໃໝ່ລາວປີນີ້ພັກຍາວ 13-17 ເມສາ 2022

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 367/ຫສນຍ, ລົງວັນທີ 23 ມິນາ 2022, ກ່ຽວກັບທິດຊີ້ນຳ ການສະເຫລີມສະຫລອງບຸນ ປີໃຫມ່ລາວ ພສ 2565 (ຄສ 2022).

ໃນວັນທີ 23 ມີນາ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ອອກແຈ້ງການສະບັບເລກທີ 367/ຫສນຍ, ລົງວັນທີ 23 ມີນາ 2022 ນະຄອນຫລວງວຽງຈັນ, ກ່ຽວກັບທິດຊີ້ນຳ ການສະເຫລີມສະຫລອງບຸນປີໃໝ່ລາວ ປີ ຄສ 2565 (ຄສ 2022).

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ແຈ້ງຜົນຂອງກອງປະຊຸມຊີ້ນຳ ຂອງ ນາຍົກ-ຮອງນາຍົກລັດຖະມົນຕີ ໃຫ້ຊາບວ່າ:

  • ເຫັນດີກຳນົດເອົາ ວັນພຸດ ທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ 2022 ທົດແທນວັນເສົາ ທີ 16 ເມສາ ເຊິ່ງເປັນວັນລັດຖະການ.
  • ການສະຫລອງປີໃໝ່ຕ້ອງຢູ່ບົນຈິດໃຈ ປະຍັດມັດທະຍັດທີ່ສຸດ ແລະ ບໍ່ໃຫ້ສຳນັກງານ ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດງານລ້ຽງສະຫລອງປີໃໝ່ ແລະ ອວຍພອນກັນຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.

ພ້ອມທັງມອບໃຫ້ຄະນະສະເພາະກິດ Covid-19 ຂັ້ນສູນກາງ, ຄະນະສະເພາະກິດນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເປັນຜູ້ຕົກລົງ ແລະ ອອກແຈ້ງການແນະນຳລະອຽດ ເພື່ອໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດຕາມມາດຕະການຕ່າງໆ ໃນການປ້ອງກັນກາລະບາດຂອງພະຍາດໂຄວິດ-19 ໃນໄລຍະການສະຫລອງບຸນປີໃໝ່ ລາວ ໂດຍອີງໃສ່ສະພາບການລະບາດຂອງແຕ່ລະບ່ອນ.

.

.

Featured, ຂ່າວສານບ້ານເມືອງ, ບຸນປະເພນີ

Post navigation

Previous Post: ນະຄອນຫຼວງວຽງຈັນ +1.086 ທົ່ວປະເທດ +2.819
Next Post: ແຈ້ງການເງື່ອນໄຂການຮັບວັກຊິນເຂັມກະຕຸ້ນ ທີ່ 2 (ເຂັມ 4)

Related Posts

ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 194 Featured
ຫາລືໂຄງການສົ່ງເສີມໂພສະນາການໃຫ້ແກ່ນັກຮຽນໃນໂຮງຮຽນ ແລະ ຊຸມຊຸມ ຮ່ວມກັບເມືອງຈອມເພັດ Featured
ສະພາບໂຄວິດມື້ນີ້ນະຄອນຫຼວງຍັງໜັກກວ່າໝູ່ Featured
ມີ 16 ບໍລິສັດ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020 Featured
ນໍ້ານົມແມ່ ຄືອາຫານມະຫັດສະຈັນຂອງລູກນ້ອຍ Featured
ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme