Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້

Posted on 16/07/202216/07/2022 By ປະກາດ Pakaad No Comments on U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້

ກຽມເຊຍ!! U19 ທີມຊາດລາວ🇱🇦 ຈະສືບຕໍ່ເຂົ້າຮ່ວມແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດ ເລືອກຂອງກຸ່ມ C ໃນລະຫວ່າງວັນທີ 10-18 ກັນຍາ 2022 ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢູ່ສະຫນາມກິລາແຫ່ງຊາດຫລັກ 16

ງານແຂ່ງຂັນຊິງຊະນະເລີດບານເຕະຊາຍຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ19 ປີ ປະຈໍາປີ 2022 (AFF U19 BOYS CHAMPIONSHIP 2022)ໄດ້ຈັດຂື້ນເມື່ອເວລາ 20.00ໂມງ ຂອງວັນທີ15ກໍລະກົດ2022ທີ່ປະເທດອິນ ໂດເນເຊຍ,ເປັນການພົບກັນລະຫວ່າງທີມຊາດລາວກັບທີມຊາດມາເລເຊຍ.

ຜົນຂອງການແຂ່ງຂັນທີມຊາດລາວໄດ້ຮັບຮອງຊະນະ ເລີດ,ຖືວ່າທິມຊາດລາວU19ໄດ້ຮອງແຊ້ມເປັນຄັ້ງທຳ ອິດ. ເຖິງວ່າເປັນຮອງແຊັມແຕ່ກໍຫຼີ້ນໄດ້ຢ່າງສົມສັກສີຂອງນັກກິລາສາມາດຄອງໃຈຄະນະກຳມະການ,ຜູ້ຊົມທັງພາຍໃນ ແລະຕ່າງປະເທດ,ໂດຍສະເພາະແມ່ນຄົນລາວທົ່ວທັງປະເທດ.

ຄະນະກຳມະການສະຫະພັນບານເຕະແຫ່ງຊາດລາວໄດ້ສະແດງຄວາມຂໍຂອບໃຈບັນດາກອງເຊຍທົ່ວປະເທດທີ່ສົ່ງກຳລັງໃຈເຊຍທີມຊາດລາວU19 ແລະ ພິເສດໄປກວ່ານັ້ນແມ່ນກອງເຊຍລາວທີ່ຢູ່ປະເທດອິນໂດເນເຊຍຕິດຂອບສະຫນາມເຊຍແລະໃຫ້ກຳລັງໃຈທີມຊາດລາວໃນທຸກໆນັດ.ນອກນັ້ນນັກກິລາລາວຄື ທ້າວ ພູນິນ ໄຊຍະສອນ ຍັງໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນຕື່ມອີກ.

ສຳລັບຜົນງານຂອງທີມຊາດລາວ U19ຊຸດນີ້ແມ່ນຊະນະລວດ5ນັດຄືໃນຮອບແບ່ງກຸ່ມຂອງກຸ່ມ B ທີມຊາດລາວU19 ຊະນະໄປ 4 ນັດລວດ,ເຊິ່ງຊະນະຕີມໍເລັສເຕ້ 2-0,ຊະນະກຳປູເຈຍ 2-1, ຊະນະສິງກະໂປ 3-1, ຊະນະມາເລເຊຍ 1-0 ແລະມາໃນຮອບ4ທີມສຸດທ້າຍຊະນະໄທ 2-0. ສະເພະໃນນັດຊິງແຊັມທີມຊາດລາວU19ເສຍໃຫ້ທິມຊາດມາເລເຊຍ 0-2.

ສຳລັບລາຍການຕໍ່ໄປຂອງນັກກິລາ ຮຸ່ນດັ່ງກ່າວແມ່ນຈະເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ຂອງກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

  • 10/09/2022 ເວລາ 18:00 ລາວ ພົບ ກວມ
  • 12/09/2022 ເວລາ 18:00 ລາວ ພົບ ຍີ່ປຸ່ນ
  • 14/09/2022 ເວລາ 18:00 ລາວ ພົບ ເຢເມນ
  • 18/09/2022 ເວລາ 18:00 ລາວ ພົບ ປາແລສຕິນ

ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັັກ 16 ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງ ແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະ ແນນດີທີ່ສຸດຈຳນວນ 5-6 ທີມ ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸເບກິສຖານ ໃນປີ 2023.

Cr: ສຕລ

Featured, ກິລາ, ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ
Next Post: ຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະ ຕັດເຫຼືອ 25 ປະເພດກິລາ

Related Posts

ລາວຜ່ານເຂົ້າຮອບຮອງ AFF U23 ຫຼັງຊະນະມາເລເຊຍ 2-0 Featured
ໂຄວິດຕິດໃໝ່615ປົວຫາຍດີ381 Featured
ເມືອງສັງທອງ ແຈ້ງການດ່ວນ 2 ບ້ານແດງ ຕ້ອງລັອກດາວ ພົບຄົນຕິດເຊື້ອ ໂຄວິດ-19 Featured
ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ ຂ່າວສານບ້ານເມືອງ
ຝົນຕົກກວມຫຼາຍກວ່າ 40% ຂອງພື້ນທີ່ແຕ່ລະພາກ Featured
ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme