Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້ທີ່ນະຄອນຫຼວງວຽງຈັນ

Posted on 06/11/202106/11/2021 By ປະກາດ Pakaad No Comments on ຂໍ້ມູນຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້ທີ່ນະຄອນຫຼວງວຽງຈັນ

ມາຮອດວັນທີ 5 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45,980 ຄົນ, ເສຍຊີວິດສະສົມ 81 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 502 ຄົນ, ກໍາລັງປິ່ນປົວ 8,443 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້

ຜູ້ທີ 1 ແມ່ນ ເພດຊາຍ, ອາຍຸ 41 ປີ, ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈຳຕົວແມ່ນຄວາມດັນເລືອດສູງ. ຜ່ານມາຍັງບໍ່ທັນສັກວັກຊິນກັນໂຄວິດ-19

ວັນທີ 02 ພະຈິກ 2021 ຜູ້ກ່ຽວມີອາການເຈັບຫົວ. ຕອນເຊົ້າຂອງວັນທີ 03 ພະຈິກ 2021 ຜູ້ກ່ຽວລົ້ມຢູ່ຫ້ອງນໍ້າບໍ່ໄດ້ສະຕິ ແລະ ຄອບຄົວຈຶ່ງພາມາກວດຢູ່ໂຮງໝໍ 103 ພ້ອມທັງ ເກັບຕົວຢ່າງກວດຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ. ວັນທີ 04 ພະຈິກ 2021 ເວລາ 18:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2ແມ່ນ ເພດຍິງ, ອາຍຸ 70 ປີ, ບ້ານຫນອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈຳຕົວແມ່ນ ເບົາຫວານ, ໄຂ່ຫລັງຊຸດໂຊມ ແລະ ຄວາມດັນເລືອດສູງ. ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ. ຜູ້ກ່ຽວມີອາການ ຫາຍໃຈຝືດ, ຖືຄີງໄຂ້, ໄອ, ເຈັບຄໍ ແລະ ມີນ້ຳມູກຍ້ອຍ

ວັນທີ 24 ຕຸລາ 2021 ມາກວດຢູ່ໂຮງໝໍມິດຕະພາບ ພ້ອມທັງ ເກັບຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ. ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ 13 ມື້ ແຕ່ວັນທີ 24 ຕຸລາ 2021 – 05 ພະຈິກ 2021

ວັນທີ 05 ພະຈິກ 2021 ເວລາ 08:50 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3ແມ່ນ ເພດຍິງ, ອາຍຸ 79 ປີ, ອາຊີບ: ແມ່ເຮືອນ ບ້ານຫນອງແຕ່ງເຫນືອ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈຳໂຕ ເປັນພະຍາດປອດອັກເສບມາຫລາຍປີ. ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ

ວັນທີ 01 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຊອກພະຍາດໂຄວິດ-19. ວັນທີ 2 ພະຈິກ 2021ຜົນກວດແມ່ນພົບເຊື້ອ ແລະ ເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ. ຊື່ງຄົນເຈັບມີອາການໄອ, ເຈັບແຫນ້ນຫນ້າເອິກ, ອິດເມື່ອຍ ແລະ ຫາຍໃຈຝືດ

ໄລຍະທີ່ນອນປິ່ນປົວປົວຢູ່ໂຮງໝໍ 4 ວັນ ແຕ່ວັນທີ 2 – 5 ພະຈິກ 2021. ວັນທີ 5 ພະຈິກ 2021 ເວລາ 11:18 ໂມງ: ຜູ້້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4 ແມ່ນ ເພດຊາຍ, ອາຍຸ 92 ປີ, ບ້ານ: ດົງປາແລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.

ພະຍາດປະຈໍາຕົວ ເປັນອໍາມະພາດ. ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ເປັນຫຼານຊາຍ ຢູ່ເຮືອນຫຼັງດຽວກັນ.

ວັນທີ 3 ພະຈິກ 2021 ຜູ້ກ່ຽວມີອາການໄຂ້ ແລະ ຫາຍໃຈຝຶດ, ທາງຄອບຄົວໄດ້ປະສານຫາທີມແພດ. ມາເກັບຕົວຢ່າງ ແລະ ພົບກວດແມ່ນພົບເຊື້ອ. ວັນທີ 4 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດຢູ່ບ້ານ

Featured, ໂຄວິດ-19

Post navigation

Previous Post: ໜັກໜ່ວງຈາກໄປພ້ອມກັນສີ່ຄົນທີ່ນະຄອນວຽງຈັນ
Next Post: ແຂວງຜົ້ງສາລີອອກແຈ້ງການເພີ່ມເຕີມໃນການຮັບມືໂຄວິດ

Related Posts

ເກີດແຜ່ນດິນໄຫວຫ່າງຈາກຕົວເມືອງໄຊສະຖານ ປະມານ 23 ກິໂລແມັດ Featured
ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
ຂໍ້ມູນຄົນເຈັບຕິດໂຄວິດຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້ Featured
ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ) Featured
ແຈ້ງພັກຊົດເຊີຍ ວັນກໍາມະກອນສາກົນ Featured
ແຂວງຜົ້ງສາລີອອກແຈ້ງການເພີ່ມເຕີມໃນການຮັບມືໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme