Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ

Posted on 03/05/202203/05/2022 By ປະກາດ Pakaad No Comments on ອາກາດເຢັນຕອນເຊົ້າ ສ່ວນຕອນບ່ານຮ້ອນເອົ້່າແລະອາດມີຝົນຕົກຟ້າເຫຼື້ອມລະບາງຂົງເຂດ

ພະຍາກອນອາກາດ ປະຈໍາວັນທີ 03 ພຶດສະພາ 2022

ຄວາມກົດດັນສູງຂອງອາກາດເຢັນ ຍັງຈະສືບຕໍ່ແພ່ລົງມາປົກຄຸມ ຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ສ່ວນເຂດພາກໃຕ້ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດ ເຢັນຢູ່ທົ່ວໄປໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ແລະ ຍັງຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນຢູ່ແຕ່ລະພາກຕື່ມອີກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 6/5/2022 ເຖິງ ເວລາ 7:00 ໂມງ ວັນທີ 4/5/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນ ລະຫວ່າງ 12-28 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍ ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງ ໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນ ລະຫວ່າງ 17-33 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ຂອງແຂວງ. ອຸນຫະພູມໃນລະຫວ່າງ 15-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 21-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 16-23 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ລົດ 22 ລໍ້ ເສຍຫຼັກປີ້ນລົງຂ້າງທາງ ເສຍຊີວິດຄາທີ່ 1 ຄົນ ບາດເຈັບ 1 ຄົນ
Next Post: ລະບຽງໜ້າເຮືອນ 10 ແບບງາມໆ

Related Posts

ສຄອຊ ສະເໜີຂໍເປີດໂຮງງານອຸດສາຫະກຳໃນນະຄອນຫຼວງວຽງຈັນ Featured
ທົ່ວປະເທດ +1001 ນະຄອນຫຼວງວຽງຈັນແລະແຂວງສະຫວັນນະເຂດ ຍັງຕິດເພີ່ມຫຼາຍ Featured
ໜ້າສົງສານຫຼານນ້ອຍແລະຕູ້ທັງສອງ Featured
ອຸຕຸເຕືອນ ກຽມຮັບມືພາຍຸລົມຝົນຕົກແຮງ 2-5 ເມສາ 2021 Featured
ພະຍາກອນອາກາດ ປະຈໍາວັນທີ 22 ເມສາ 2022 Featured
ແຂວງໄຊຍະບູລີຍົກລະດັບປ້ອງກັນໂຄວິດຮອດ 11 ພະຈິກ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme