ໃນຕອນບ່າຍວັນທີ 9 ກໍລະກົດ 2021 ຢູ່ສະພາແຫ່ງຊາດ ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບການກະກຽມ ແລະ ຈັດຕັ້ງສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15/08/1991-15/08/2021) ຄັ້ງນີ້ຈະໄດ້ເລີ່ມຕົ້ນແຕ່ມື້ນີ້ ຈົນເຖິງທ້າຍເດືອນສິງຫາ 2021 ໃຫ້ກຽດຖະແຫລງໂດຍ ທ່ານ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະຮັບຜິດຊອບສະເຫລີມສະຫລອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ.
ທ່ານ ຈະເລີນ ເຍຍປາວເຮີ ໄດ້ກ່າວວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າຄະນະຮັບຜິດຊອບຊີ້ນຳການສະເຫລີມສະຫລອງວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 30 ປີ. ສຳລັບການກະກຽມ ແລະ ຈັດຕັ້ງສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ຄັ້ງນີ້, ໄດ້ກຳນົດຄຳຂວັນນຳໃຊ້ໃນພິທີສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ແລະ ສະຖານທີ່ສຳຄັນຕ່າງໆ ມີດັ່ງນີ້: (1) ຊົມເຊີຍວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 30 ປີ ຢ່າງສຸດໃຈ !; (2) ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ ບົນພື້ນຖານລັດຖະທໍາມະນູນ ແຫ່ງ ສປປ ລາວ !; (3) ເຊີດຊູສະຕິເປັນເຈົ້າປະເທດຊາດ, ນໍາໃຊ້ສິດ ແລະ ປະຕິບັດພັນທະຂອງພົນລະເມືອງລາວ ຕາມລັດຖະທໍາມະນູນ ຢ່າງຄົບຖ້ວນ !; (4) ເພີ່ມທະວີການນໍາພາ ຂອງຄະນະພັກທຸກຂັ້ນຕາມລັດຖະທຳມະນູນ ແລະ ກົດໝາຍ ! ແລະ (5) ຍົກສູງຄວາມສັກສິດ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ !. ສຳລັບ 5 ຄໍາຂວັນດັ່ງກ່າວໃຫ້ຕິດທົ່ວໄປຕາມສະຖານທີ່ສຳຄັນຕ່າງໆ, ສ່ວນໃນເວທີໂຮມຊຸມນຸມ ແລະ ປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ໃຫ້ຕິດແຕ່ຄຳຂວັນດຽວ ຄື: ຊົມເຊີຍວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 30 ປີ ຢ່າງສຸດໃຈ, ໂດຍກໍານົດຕົວໜັງສືສີຂາວ ແລະ ພື້ນສີຟ້າເຂັ້ມ.
ທ່ານ ຈະເລີນ ເຍຍປາວເຮີ ກ່າວຕື່ມວ່າ: ເພື່ອຫວນຄືນຂະບວນວິວັດແຫ່ງການກຳເນີດເກີດຂຶ້ນ ແລະ ຂະຫຍາຍຕົວຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ກໍຄືການສ້າງລັດ ປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ຕະຫລອດໄລຍະ 30 ປີທີ່ຜ່ານມາ ແນໃສ່ສຶກສາອົບຮົບການ ເມືອງ ນຳພາແນວຄິດໃນທົ່ວພັກ-ລັດ, ກຳລັງປະກອບອາວຸດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງລາວທຸກທົ່ວໜ້າ ໃນການເພີ່ມທະວີຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ເພື່ອເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງພົນລະເມືອງລາວ ໃຫ້ຖືກຕ້ອງ, ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ; ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນຖັນແຖວສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ເດັດດ່ຽວຕັດສີນໃຈແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ແລະ ໃນສັງຄົມຢ່າງເດັດຂາດ, ເຂັ້ມງວດ; ເພື່ອເປັນໂອກາດໂຄສະນາຜົນສຳເລັດ, ຄວາມເອກອ້າງທະນົງໃຈ ທີ່ໄດ້ມີລັດຖະທຳມະນູນ, ພ້ອມທັງທົບທວນຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະ ຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນຊຸມປີຕໍ່ໜ້າ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເຂັ້ມງວດ, ສັກສິດ ຕາມທິດສ້າງລັດປະຊາທິປະໄຕ ປະຊາຊົນ ແລະ ການຈັດຕັ້ງສະເຫລີມສະຫລອງວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 30 ປີ ຕ້ອງຮັບປະກັນດ້ານເນື້ອໃນ, ບັນຍາກາດ, ຮູບການ ແລະ ວິທີການປະຕິບັດຕົວຈິງ.
ພ້ອມດຽວກັນນີ້, ໃຫ້ຄະນະນຳກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນສະຫລຸບຕີລາຄາ, ປະເມີນສັງລວມ ກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍຕິດພັນກັບການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິ ຂອງຄະນະບໍ ລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບ ການດຳເນີນຄະດີຕາມຂະບວນຍຸຕິທຳ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ແລະ ຖືເອົາໂອກາດ ການສະເຫລີມສະຫລອງວັນລັດຖະທໍາມະນູນ ແຫ່ງຊາດ ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ໂດຍຫັນໃຫ້ເປັນອັນລະອຽດ ດ້ວຍນະໂຍ ບາຍ ແລະ ນິຕິກຳຕ່າງໆ ທີ່ຖືກຕ້ອງ, ສອດຄ່ອງກັບ ລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ.
ໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫລວດ, ກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ສາສະໜາ, ຊັ້ນຄົນ ແລະ ປະຊາຊົນບັນດາເຜ່ົາ ລວມທັງພີ່ນ້ອງຊາວລາວ ຢູ່ຕ່າງປະເທດ ຂໍໃຫ້ຈົ່ງຍົກສູງນ້ຳໃຈຮັກຊາດ, ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນຊາດ, ຫ້າວຫັນເຂົ້າຮ່ວມຂະບວນການ ສະເຫລີມສະຫລອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດລາວວິລະຊົນ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ ໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ.
ຂ່າວ: ສຸກສະຫວັດ ສົມສະໜິດ