Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ

Posted on 16/09/202016/09/2020 By ປະກາດ Pakaad No Comments on ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ

ລັດຖະມົນຕີຕ່າງປະເທດ ຕ້ອນຮັບເອກອັກຄະຣາຊະທູດໄທ ປະຈໍາລາວ ອໍາລາ ພາຍຫລັງສໍາເລັດການປະຕິບັດຫນ້າທີ່ຢູ່ລາວ

ວັນທີ 16 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອຳລາຂອງ ທ່ານ ດຳຣົງ ໃຄ່ຣຄວນ, ເອກອັກຄະຣາຊະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ຫນ້າທີ່ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ດຳຣົງ ໃຄ່ຣຄວນ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະເວລາ 1 ປີ ຜ່ານມາ, ເຊິ່ງເປັນການປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ. ຕະຫຼອດໄລຍະຜ່ານມາ ການພົວພັນ ແລະ ຮ່ວມມືສອງຝ່າຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງ, ເຊິ່ງປີນີ້ແມ່ນປີຄົບຮອບ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ, ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ລະ ຫວ່າງ ການນໍາຂອງສອງປະເທດ ແລະ ກົນໄກການຮ່ວມມືຕ່າງໆ ຢ່າງເປັນປົກກະຕິ ແລະ ມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ.

ໃນໄລຍະທີ່ ທ່ານ ດຳຣົງ ໃຄ່ຣຄວນ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ນີ້, ທ່ານໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນເຂົ້າໃນການຊຸກຍູ້ບັນດາໂຄງການຮ່ວມ ມືດ້ານຕ່າງໆໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນເປັນຮູບ ປະທຳ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອຶ່ນໆ, ຊຶ່ງມີຫລາຍໂຄງການສຳເລັດແລ້ວ ແລະ ຫລາຍໂຄງການກໍ່ກຳລັງດຳເນີນການຢ່າງມີຄວາມຄືບໜ້າ. ພິເສດ, ໃນໄລຍະການລະບາດຂອງພະຍາດໂຄວິດ-19, ທ່ານທູດ ໄດ້ເປັນເຈົ້າການຂົນຂວຍເອົາການຊ່ວຍເຫລືອ ທັງທາງດ້ານວັດຖຸ ແລະ ປັດໄຈ ຈາກພາກລັດ ແລະ ເອກະຊົນໄທມາຊ່ວຍເຫຼືອຝ່າຍລາວ ເພື່ອຕ້ານ ແລະ ສະກັດກັ້ນກັບການແຜ່ລະບາດຂອງພະຍາດດັ່ງກ່າວ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດ ດຳຣົງ ໃຄ່ຣຄວນ ເພື່ອສະແດງ ຄວາມຍ້ອງຍໍ ຊົມເຊີຍ ແລະ ຈາລຶກຜົນງານຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ຂອງສອງປະເທດ ລາວ ແລະ ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ພ້ອມນີ້, ທ່ານ ດຳຣົງ ໃຄ່ຣຄວນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ມີປະສິດທິຜົນຢ່າງຈົບງາມ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນກາມິດຕະພາບອັນສົມກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ນັບຈະເລີນງອກງາມ
ຍິ່ງໆຂຶ້ນໃນອະນາຄົດ.

ກົມການຂ່າວ, ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລັດມີນະໂຍບາຍການນໍາເຂົ້າລົດໄຖນາ ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ
Next Post: ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານທ່ອງທ່ຽວຢູ່ເມືອງຈອມເພັດ

Related Posts

ຫຼວງພະບາງມື້ນີ້ຕິດເພີ່ມ67ຄົນ Featured
ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ Featured
ຈັບພໍ່ຄ້າຂົນຢາໄອ້ນໍ້າໜັກ 110 ກິໂລກຣາມ ທີ່ບໍລິຄຳໄຊ Featured
ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ Featured
ຜົນສໍາເລັດ ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI Featured
ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme