Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ

Posted on 29/10/202129/10/2021 By ປະກາດ Pakaad No Comments on ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ

ຄະນະສະເພາະກິດຂອງແຂວງຫຼວງພະບາງ, ໂດຍສະເພາະ ຢູ່ ນະຄອນ ຫຼວງພະບາງ ໄດ້ອອກແຜນການ ເພື່ອສົ່ງທີມສັກວັກຊິນເຄື່ອນທີ່ໄປຈຸດຕ່າງໆ ແຕ່ວັນທີ 30 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021 ດັ່ງນີ້,

ວັນທີ 30 ຕຸລາ 2021 ຈະໄປສັກຢູ່ 4 ຈຸດ ຄື: ໂຮງຮຽນ ປະຖົມສົມບູນ ບ້ານຜາໂຄມ, ສະໂມສອນ ບ້ານຄົກວ່າ, ໂຮງຮຽນ ປະຖົມສົມບູນ ບ້ານດອນເກົ່າ ແລະ ໂຮງຮຽນ ປະຖົມສົມບູນ ບ້ານຂົວທີ່ 1 (ຈະມີ 2 ທີມ)

ວັນທີ 31 ຕຸລາ 2021 ຈະໄປສັກຢູ່ 5 ຈຸດ ຄື: ໂຮງຮຽນ ປະຖົມສົມບູນ ບ້ານສັງຄະໂລກ, ໂຮງຮຽນ ປະຖົມສົມບູນ ບ້ານພູໝອກ, ໂຮງຮຽນ ປະຖົມສົມບູນ ບ້ານຊຽງແກ້ວ, ໂຮງຮຽນ ປະຖົມສົມບູນ ບ້ານຫຼັກແປດ ແລະ ໂຮງຮຽນ ປະຖົມສົມບູນ ບ້ານປົ່ງຫວ້ານ

ວັນທີ 1 ພະຈິກ 2021 ຈະໄປສັກ ຢູ່ 2 ຈຸດ ຄື: ສະໂມສອນ ບ້ານພູເຫຼັກຈະເລີນ ແລະ ສະໂມສອນ ບ້ານພູຊ້າງຄໍາ

ວັນທີ 2​ ພະຈິກ 2021 ຈະໄປສັກ ຢູ່ 5 ຈຸດ ຄື: ໂຮງຮຽນ ປະຖົມສົມບູນ ຫຼວງພະບາງ, ໂຮງຮຽນ ປະຖົມສົມບູນ ບ້ານພອນໄຊ, ໂຮງຮຽນ ປະຖົມສົມບູນ ບ້ານຫຼັກສິບ ແລະ ໂຮງຮຽນ ມັດທະຍົມຕອນຕົ້ນ ບ້ານຄອຍ

ວັນທີ 3 ພະຈິກ 2021 ຈະໄປສັກ ຢູ່ 4 ຈຸດ ຄື: ໂຮງຮຽນ ປະຖົມສົມບູນ ລ້ອງເລົາ, ໂຮງຮຽນ ປະຖົມສົມບູນ ບ້ານໜອງໂຕກ, ໂຮງຮຽນ ປະຖົມສົມບູນ ບ້ານຕີນຜາ ແລະ ໂຮງຮຽນ ປະຖົມສົມບູນ ບ້ານຊາດ

ດັ່ງນັ້ນ, ຈິ່ງແຈ້ງໃຫ້ ພໍ່ແມ່ປະຊາຊົນ ໃນເຂດບ້ານດັ່ງກ່າວ ຕ້ອງພາກັນມາສັກຢາ ຢ່າງພ້ອມພຽງຮຽນໜ້າເດີ. ສໍາຄັນທີ່ສຸດ ເວລາມານັ້ນ ຕ້ອງປະຕິບັດ ມາດຕະການດັ່ງນີ: ໃສ່ຜ້າອັດປາກດັງໃຫ້ດີ, ບໍ່ຄວນໂອ້ລົມ ກັບບຸກຄົນອື່ນແບບໄລຍະໃກ້ ໃຫ້ຫ່າງກັນ ຢ່າງໜ້ອຍ 2​ ແມັດ, ຖ້າບໍ່ຈໍາເປັນ ກໍ່ບໍ່ຢາກໃຫ້ຢູ່ຈຸ້ມກັນ, ໃຫ້ພາກັນ ເຂົ້າແຖວເປັນລະບຽບຮຽບຮ້ອຍ ເພື່ອເຮັດໃຫ້ການສັກຢາໄດ້ວ່ອງໄວ ແລະ ສໍາເລັດ ຕາມແຜນການ.

Featured, ແຈ້ງການ​, ໂຄວິດ-19

Post navigation

Previous Post: ສະຖານະການທີ່ນະຄອນຫຼວງວຽງຈັນຍັງຫຼາຍກວ່າໝູ່
Next Post: ນວ ອອກແຈ້ງການການນຳໃຊ້ບໍລິການລາວສູ້ສູ້ຜ່ານແອບ LaoKYC

Related Posts

ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ Featured
ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ແຂວງຫຼວງພະບາງຕົວເລກຊຸມຊົນແຊງນະຄອນຫຼວງວຽງຈັນແລ້ວ Featured
ອົດສະຕຣາລີ ຊ່ວຍວັກຊິນແກ່ ສປປລາວ 1 ແສນໂດສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme