Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາຍລະອຽດຜູ້ຕິດເຊື້ອທີ່ເສຍຊີວິດທັງ4ຄົນ

Posted on 11/10/202112/10/2021 By ປະກາດ Pakaad No Comments on ລາຍລະອຽດຜູ້ຕິດເຊື້ອທີ່ເສຍຊີວິດທັງ4ຄົນ

ຂໍ້ມູນຈາກຄະນະສະເພາະກິດ ລາຍງານຂໍ້ມູນຄົນເຈັບ ເ ສ ຍ ຊີ ວີ ດ 4 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 57 ປີ, ອາຊີບ: ພະນັກງານບໍານານ, ບ້ານຜາເທົາ, ເມືອງວັງວຽງ, ແຂວງວຽງຈັນ, ເຂົ້າໂຮງໝໍ ວັນທີ 21 ກັນຍາ ດ້ວຍອາການ ຫັນໃຈຝຶດ ແລະ ນອນບໍ່ພຽງພໍ, ຜູ້ກ່ຽວພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ, ໄດ້ກວດຫາເຊື້ອ ໂຄວິດ ສອງຄັ້ງ ພົບໃນຄັ້ງທີ່ສອງ, ຜູ້ກ່ຽວຍັງບໍ່ທັນໄດ້ສັກວັກຊີນ, ຕັ້ງແຕ່ 21 ກັນຍາ – 10 ຕຸລາ 2021 ຜູ້ກ່ຽວ ນອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ໄດ້ປະມານ 20 ມື້, ມາຮອດເວລາ 10:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ເ ສ ຍ ຊີ ວິ ດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ2: ເພດເພດຊາຍ, ອາຍຸ 83 ປີ, ອາຊີບ: ພໍ່ເຮືອນ, ບ້ານໄຊຍະພູມ, ນະຄອນໄກສອນ, ແຂວງສະຫວັນນະເຂດ, ພະຍາດປະຈໍາຕົວ: ເສັ້ນເລືອດສະໝອງຕີບ ໄດ້ປະມານ 1 ເດືອນ ແລະ ມີອາການອ່ອນແຮງແຂນຂາເບື້ອງຂວາ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ເຂົ້າໂຮງໝໍ 17 ກັນຍາ ແລະ ກວດພັບເຊື້ອໃນ ວັນທີ່ 19 ກັນຍາ, ຈາກນັ້ນສົ່ງເຂົ້ານອນຕິດຕາມທີ່ຟຮງໝໍພາກສະໜາມ ຈົນຮອດ 23 ກັນຍາ ຜູ້ກ່ຽວມີອາການໄອ ເມື່ອຍເລັກໜ້ອຍ ມີໄຂ້ ຈື່ງໄດ້ຮັບຜູ້ກ່ຽວເຂົ້າມານອນປີ່ນປົວຢູ່ໂຮງໝໍຫຼັກ 9, ມາຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2021: ຜູ້ກ່ຽວໄດ້ ເ ສ ຍ ຊີ ວິ ດ ຢູ່ໂຮງໜໍດັ່ງກ່າວ.

ຜູ້ທີ3: ເພດຊາຍ ອານຸ 42 ປີ, ອາຊີບ ກຳມະກອນ, ບ້ານ ນາສາລາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ປະຈຸບັນເປັນຜູ້ຖືກຂັງ, ວັນທີ 8/10: ຜູ້ກ່ຽວມີອາການໄຂ້, ເຈັບຄໍ, ຕໍ່ມາ ໃນວັນທີ10 ຕຸລາ ມີອາການໄຂ້, ຫາຍໃຈຝືດ, ແໜ້ນໜ້າເອິກ ແລ້ວມີອາການຊ໋ອກ 1 ເທື່ອ ເວລາ 12 ໂມງ 15 ນາທີ. ທ່ານໝໍໄດ້ໃຫ້ການຊ່ວຍເຫຼືອ ຫຼັງຈາກນ້ັນມີອາການຮາກເປັນເລືອດ 2 ຄັ້ງ ແລະ ມີອາການຊ໋ອກອີກເທື່ອໜຶ່ງເວລາ 14:00 ໂມງ, ຫຼັງຈາກນັ້ນ ເ ສ ຍ ຊີ ວິ ດ: ໄດ້ເກັບຕົວຢ່າງ ແລະ ເຮັດ RDT ຜົນກວດອອກມາພົບເຊື້ອ

ຜູ້ທີ4: ເພດຍິງ ອາຍຸ 79 ປີ, ບ້ານ ໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເປັນຜູ້ສຳຜັດກັບລູກໄພ້ທີ່ຕິດເຊື້ອໂຄວິດກ່ອນໜ້ານີ້, ບໍ່ທັນໄດ້ຮັບວັກຊີນເພາະວ່າມີພະຍາດປະຈຳໂຕ, ເປັນເບົາຫວານ ໄດ້ 7_8 ປີ , ໄຂ່ຫລັງຊຸດໂຊມແຕ່ບໍ່ທັນໄດ້ຟອກ, ວັນທີ 1/10/2021 ເຂົ້າມາກວດຢູ່ໂຮງໝໍ 103 ທີມງານໄດ້ເກັບຕົວຢ່າງກວດໂຄວິດດ້ວຍ CPR ແມ່ນໃຫ້ຜົນ ລົບ, ວັນທີ 8/10/2021 ຜູ້ກ່ຽວເຂົ້າໄປນອນຢູ່ຕືກປີ່ນປົວເບົາຫວານ ແລະ ຜູ້ກ່ຽວມີອາການໄຂ້, ວັນທີ 10/10/21 ໄດ້ເກັບຕົວຢ່າງກວດດ້ວຍ RDT ຜົນກວດພົບເຊື້ອໂຄວິດ ແລະ ເ ສ ຍ ຊິ ວິ ດໃນມື້ດຽວກັນ.

Featured, ໂຄວິດ-19

Post navigation

Previous Post: ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ
Next Post: ແຜນການສາມໄລຍະປາບຢາເສບຕິດທົ່ວແຂວງບໍ່ແກ້ວຕາມເປົ້າໝາຍວາລະແຫ່ງຊາດ

Related Posts

ຄໍາສັ່ງລັອກດາວ ນະຄອນ ໄກສອນ ພົມວິຫານ Featured
ຄລິບທາງດ່ວນເຂດເມືອງວັງວຽງ Featured
ບ້ານເຂດແດງ ນະຄອນຫຼວງວຽງຈັນ 30​ ສິງຫາ 2021 ມີ 13 ບ້ານ ໃນ 4 ເມືອງ Featured
ຂໍ້ມູນການຕິດທີ່ນະຄອນຫຼວງວຽງຈັນມື້ນີ້ Featured
ທົ່ວປະເທດຕິດເຊື້ອເພີ່ມ 1.003 (ນວ +608) ໂຄວິດ-19
ພາກໃຕ້ ຝົນຈະຕົກກວມ 70%ຂອງພື້ນທີ່ ສ່ວນພາກອື່ນໆ 30-60% Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme