Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນວ ອອກແຈ້ງການການນຳໃຊ້ບໍລິການລາວສູ້ສູ້ຜ່ານແອບ LaoKYC

Posted on 29/10/202129/10/2021 By ປະກາດ Pakaad No Comments on ນວ ອອກແຈ້ງການການນຳໃຊ້ບໍລິການລາວສູ້ສູ້ຜ່ານແອບ LaoKYC

ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ອອກແຈ້ງການ ສະບັບເລກທີ 39/ຈນວ, ລົງວັນທີ 29 ຕຸລາ 2021 ເຖິງບຸກຄົນ, ນິຕິບຸກ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວຢູ່ ນວ ໃຫ້ພ້ອມກັນຈັດຕັ້ງປະຕິບັດການນໍາໃຊ້ບໍລິການ “ລາວ ສູ້ສູ້” ຜ່ານແອັບ LaoKYC ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ ນວ, ຊຶ່ງມີລາຍລະອຽດດັ່ງນີ້:

1. ແອັບ LaoKYC ເປັນໂປຣແກຣມທີ່ໃຫ້ບໍລິການ ຂຶ້ນທະບຽນເລກໝາຍໂທລະສັບ ແລະ ການບໍລິການ “ລາວສູ້ສູ້” ຊຶ່ງເປັນການບໍລິການ ເພື່ອຊ່ວຍແພດໝໍ ໃນການຕິດຕາມອາ ການ, ການເດີນທາງ ແລະ ການເຄື່ອນໄຫວຂອງຜູ້ຕິດເຊື້ອ, ຜູ້ສໍາຜັດໃກ້ຊິດ ແລະ ສາມາດຢັ້ງຢືນການສັກວັກຊິນ ຜ່ານເບີໂທລະສັບມືຖື. ແອັບ LaoKYC ຍັງມີລະບົບສະແກນ QR Code ສໍາລັບສະຖານທີ່ ຫຼື ຮ້ານຄ້າ ເພື່ອກວດກາຢັ້ງຢືນ ການສັກວັກຊີນ ແລະ ຄວາມສ່ຽງ ຂອງຄົນເຂົ້າ-ອອກ.

– ຈຸດປະສົງການນໍາໃຊ້ບໍລິການ “ລາວ ສູ້ສູ້” ແມ່ນເພື່ອຈັດຕັ້ງການຫັນເປັນທັນສະໄໝ ແລະ ຊ່ວຍສັງຄົມໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະໜອງຂໍ້ມູນການສັກວັກຊິນ ແລະ ກວດກາ ຄວາມສ່ຽງຂອງບຸກຄົນ ໃນການເດີນທາງ ແລະ ເຂົ້າ-ອອກ ສະຖານທີ່ຕ່າງໆ.

– ຂໍໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ຈະເດີນທາງ ເຂົ້າມາໃນ ນວ ຕ້ອງໄດ້ຕິດຕັ້ງ ແອັບ LaoKYC ເພື່ອນໍາໃຊ້ບໍລິການ “ລາວ ສູ້ສູ້”;

– ໃຫ້ສະໝັກສ້າງລະຫັດວັກຊີນ (Vaccine ID) ຂອງຕົນຢູ່ໃນລະບົບ ເພື່ອສ້າງເປັນບັດຢັ້ງຢືນການສັກ ວັກຊິນ ເອເລັກໂຕຣນິກ ເພື່ອເປັນຂໍ້ມູນຢັ້ງຢືນການສັກວັກຊິນ, ສະຖານະຂອງຕົນ ໃນເວລາໄປເຄື່ອນໄຫວພົວພັນ ວຽກຢູ່ສໍານັກງານຂອງລັດ ແລະ ເຂົ້າໃຊ້ບໍລິການຢູ່ສະຖານທີ່ຕ່າງໆ ຢູ່ນະຄອນຫຼວງວຽງຈັນ;

– ເວລາໄປເຄື່ອນໄຫວພົວພັນວຽກງານ ຫຼື ເຂົ້າໃຊ້ບໍລິການຢູ່ສໍານັກງານ, ອົງການ ແລະ ສະຖານທີ່ບໍລິການ ຕ່າງໆ ຕ້ອງສະແກນ QR Code ເພື່ອ Check-in ສະຖານທີ່ທຸກຄັ້ງ ເພື່ອເກັບກໍາການເຄື່ອນໄຫວຂອງ ຕົນເອງ ພ້ອມທັງຮ່ວມມື, ອໍານວຍຄວາມສະດວກໃຫ້ແກ່ເຈົ້າຂອງສະຖານທີ່ໄດ້ສະແກນ QR Code ລະຫັດວັກຊິນ (Vaccine ID) ຂອງຕົນ ເພື່ອກວດກາສະຖານະຄວາມສ່ຽງໄດ້ຢ່າງຖືກຕ້ອງ;

– ສໍາລັບຜູ້ທີ່ບໍ່ມີໂທລະສັບທັນສະໄໝ (Smart Phone), ໃຫ້ສ້າງລະຫັດວັກຊິນ ໂດຍຜ່ານທາງເວັບໄຊ laokyc.gov.la/myVac ແລ້ວພິມ QR Code ອອກມາໄວ້ນໍາຕົນເອງ ເພື່ອໃຫ້ເຈົ້າຂອງສະຖານທີ່ເປັນຜູ້ ສະແກນ QR Code ແທນ ກ່ອນຈະເຂົ້າສະຖານທີ່ຕ່າງໆ; ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຍ້ອນເຫດຜົນທາງການແພດ ໃຫ້ສ້າງລະຫັດວັກຊິນ ໂດຍຜ່ານເວັບໄຊ laokyc.gov.la/myVac ແລ້ວພິມ QR Code ອອກມາໄວ້ນໍາຕົນເອງ ເພື່ອໃຫ້ເຈົ້າຂອງສະຖານທີ່ເປັນຜູ້ ສະແກນ QR Code ແທນ ກ່ອນຈະເຂົ້າສະຖານທີ່ຕ່າງໆ;

– ການຕິດຕັ້ງແອັບດັ່ງກ່າວ ແມ່ນບໍ່ໄດ້ເສຍຄ່າ ແລະ ສາມາດດາວໂຫຼດມາຕິດຕັ້ງ ແລະ ນໍາໃຊ້ ໄດ້ຈາກ Play Store, App Store ແລະ ສາມາດດາວໂຫຼດເອກະສານການນໍາໃຊ້ຈາກ WWw.laokyc.gov.la (ສອບຖາມຂໍ້ມູນເພີ່ມເຕີມ 1919);

– ເລີ່ມຈັດຕັ້ງປະຕິບັດ ນັບແຕ່ ວັນທີ 1 ພະຈິກ 2001 ເປັນຕົ້ນໄປ.

2. ໃຫ້ບັນດາສໍານັກງານອົງການຂອງລັດ, ເອກະຊົນ, ບັນດາໂຮງຈັກ, ໂຮງງານ, ໂຮງແຮມ, ຮ້ານອາຫານຮ້ານຄ້າ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ສະຖານທີ່ໃຫ້ບໍລິການສະທາລະນະຕ່າງໆ ດໍາເນີນການ ຄື:

(1) ສ້າງຄົວອາໂຄດ (QR code) ສະຖານທີ່ຕົນ ຕິດໃສ່ທາງເຂົ້າ, ໂຕະປະຊຸມ ຫຼື ຈຸດທີ່ເປັນ ບ່ອນຊຸມນຸມ ເພື່ອໃຫ້ຜູ້ໃຊ້ບໍລິການໄດ້ສະແກນ QR Code ເພື່ອແຈ້ງເຂົ້າ ( Check-in ) ກ່ອນເຂົ້າໃຊ້ ບໍລິການ;

(2) ມີ ພະນັກງານອໍານວຍຄວາມສະດວກ, ແນະນໍາການນໍາໃຊ້, ພ້ອມທັງສະແກນ QR Code ລະຫັດວັກຊີນ (Vaccine ID) ຂອງຜູ້ທີ່ເຂົ້າມາໃຊ້ບໍລິການທຸກຄັ້ງ ເພື່ອຕິດຕາມ ແລະ ພິຈາລະນາອະນຸຍາດ ຫຼື ບໍ່ອະນຸຍາດ ໃຫ້ເຂົ້າອອກສະຖານທີ່ບໍລິການຂອງຕົນ;

– ສະຖານທີ່ໃດບໍ່ສ້າງ, ບໍ່ຕິດຄົວອາໂຄດ (QR code) ແລະ ບໍ່ມີການສະແກນ ລະຫັດວັກຊີນ (Vaccine ID) ແມ່ນ ຈະບໍ່ໄດ້ຮັບການພິຈາລະນາ ໃຫ້ເປີດບໍລິການ ແລະ ຈະມີມາດຕະການ ຢ່າງເດັດຂາດ;

– ຜູ້ໃຊ້ບໍລິການ ແລະ ບຸກຄົນທົ່ວໄປຕ້ອງມີ ສະຕິເຄົາລົບ ແລະ ຕື່ນຕົວ ຕິດຕັ້ງແອັບ LaoKYC, ສ້າງລະຫັດ ວັກຊີນ (Vaccine ID) ແລະ ມີເອກະສານຢັ້ງຢືນຂອງຕົນໄວ້ ເພື່ອເຂົ້າໃຊ້ບໍລິການໃນສະຖານທີ່ຕ່າງໆ ໃນແຕ່ລະຄັ້ງ;

3. ໃຫ້ຄະນະຮັບຜິດຊອບເອົາໃຈໃສ່ເຮັດວຽກງານໂຄສະນາ, ເຜີຍແຜ່ ແນະນໍາ ການ ນໍາໃຊ້ບໍລິການ “ລາວ ສູ້ສູ້” ຜ່ານແອັບ LaoKYC ໃຫ້ສັງຄົມຮັບຮູ້, ເຂົ້າໃຈ ແລະ ນໍາໃຊ້ຢ່າງກວ້າງຂວາງ ແລະ ລົງຊຸກຍູ້, ຕິດຕາມ, ກວດກາ ບັນດາສໍານັກງານອົງການຂອງລັດ, ເອກະຊົນ, ບັນດາ ໂຮງຈັກ, ໂຮງງານ, ໂຮງແຮມ, ຮ້ານຄ້າ, ຮ້ານອາຫານ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ສະຖານທີ່ໃຫ້ບໍລິການສະທາລະນະຕ່າງໆ ຢ່າງເປັນປະຈໍາ ຫາກເຫັນວ່າບັນດາຜູ້ປະກອບການບໍ່ໃຫ້ຄວາມຮ່ວມມື ແລະ ບໍ່ນໍາໃຊ້ຢ່າງຖືກຕ້ອງຕາມລະບຽບການ ແມ່ນໃຫ້ເຮັດບົດບັນທຶກສຶກສາອົບຮົມ, ປັບໃໝ ແລະ ດໍາເນີນມາດຕະການອື່ນໆ ຕາມຄວາມ ເໝາະສົມ.

.

Featured, ແຈ້ງການ​, ໂຄວິດ-19

Post navigation

Previous Post: ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ
Next Post: ຜົນຂອງກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນຕຸລາ 2021

Related Posts

ຂ່າວດ່ວນ! ອຸດົມໄຊ ສັ່ງໂຈະການໂດຍສານພາຍໃນແຂວງ ແລະ ຕ່າງແຂວງ Featured
ໄລອອກຣັອກໃກ້ມາແລ້ວຂ່າວດີແມ່ນເລີ່ມອ່ອນກໍາລັງລົງ ແຕ່ໃຫ້ລະມັດລະວັງ Featured
ພະຍາກອນອາກາດມື້ນີ້ ໃຫ້ລະວັງຝົນຕົກໜັກແລະລົມແຮງ Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured
ຮີບມາກວດດ່ວນ! ແຈ້ງການຈາກ ເມືອງທ່າແຂກ Featured
ປັບປຸງຄ່າແຮງງານຂັ້ນຕໍ່າສຸດຢູ່ ສປປ ລາວ ຄັ້ງທີ I ຈາກ 1.100.000 ກີບ ມາເປັນ 1.200.000 ກີບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme