Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ແລະ ມີຝົນໃນບາງເຂດ

Posted on 04/04/202204/04/2022 By ປະກາດ Pakaad No Comments on ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ແລະ ມີຝົນໃນບາງເຂດ

ພະຍາກອນອາກາດ ປະຈໍາວັນທີ 04 ເມສາ 2022 ເວລາ 7:00 ໂມງ

ຄວາມກົດດັນສູງຂອງອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ -ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຫລາຍຢູ່ເຂດພາກເໜືອ ດ້ານຕາເວັນອອກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຕື່ມອີກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 04/04/2022 ເຖິງ ເວລາ 7:00 ໂມງ ວັນທີ 05/04/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນ ລະຫວ່າງ 05-16 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກດເຢັນ ຫາ ໜາວເຢັນ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 10-25 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 15-29 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 13-21 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເສຍຊີວິດເພີ່ມອີກ +6 ຂະນະທີ່ຕົວເລກຕິດເຊື້ອໃໝ່ຍັງສູງເຖິງ +1.593
Next Post: ເສຍຊີວິດໃໝ່ +3 ຕິດເພີ່ມ +1.038 ປົວດີອອກໂຮງໝໍ 426

Related Posts

ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
ທົ່ວປະເທດເພີ່ມເກືອບພັນສອງຮ້ອຍຄົນແຂວງຫົວພັນຕິດສອງຄົນ Featured
ຄລິບປະຫຼາດ ງູມີຂົນ Featured
ຂ່າວດ່ວນ ປັບລາຄານໍ້າມັນຂຶ້ນທົ່ວປະເທດ ເລີ່ມ 2/4/2022 Featured
ແຂວງຊຽງຂວາງກະກຽມເປີດການຮຽນ-ການສອນ Featured
ແຂວງວຽງຈັນຍັງມີມາດຕະການເຂັ້ມງວດທີ່ສຸດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme