Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ເນື່ອງໃນໂອກາດ ວັນກໍາມະກອນສາກົນ

Posted on 04/05/202204/05/2022 By ປະກາດ Pakaad No Comments on 3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ເນື່ອງໃນໂອກາດ ວັນກໍາມະກອນສາກົນ

ໃນຕອນແລງ ຂອງວັນທີ 3 ພຶດສະພາ 2022 ການນຳ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສາມັກຄີກັນອອກແຮງງານອະນາໄມລວມ, ຊຶ່ງນໍາພາໂດຍທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ.

.

ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມກັນຕັດຫຍ້າ, ປັດກວດ ແລະ ເກັບຂີ້ເຫຍື້ອ ຢູ່ພາຍໃນ ແລະ ອ້ອມຮອບຮົ້ວ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີຈຸດປະສົງ ເພື່ອສ້າງຂະບວນການສະເຫຼີມສະຫຼອງ ວັນກຳ ມະກອນສາກົນ 1 ພຶດສະພາ ຄົບຮອບ 136 ປີ ແລະ ຜົນສຳເລັດກອງປະຊຸມສະຫຼຸບວຽກງານ ຂອງ 3 ອົງການຈັດຕັ້ງມະຫາຊົນ ຫສນຍ ປະຈຳປີ 2021 ໃຫ້ມີຄວາມໝາຍສຳຄັນ ແລະ ເປັນຂະບວນການຟົດຟື້ນ,

.

ທັງເຮັດໃຫ້ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ກໍ່ຄືພະນັກງານ ຫສນຍ ໄດ້ເຄື່ອນໄຫວກິດຈະກຳຮ່ວມກັນ, ມີຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ. ອັນສຳຄັນ ແມ່ນປະກອບສ່ວນ ເຮັດໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຶ່ງເປັນບ່ອນເຮັດວຽກຂອງການນຳຂັ້ນສູງ ແລະ ບ່ອນຕ້ອນຮັບແຂກສຳຄັນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

Featured, ລັດຖະບານ

Post navigation

Previous Post: ພະຍາກອນອາກາດ ປະຈໍາວັນທີ 4 ພຶດສະພາ 2022
Next Post: ແຈ້ງການເປີດນຳໃຊ້ໂທລະສັບສາຍດ່ວນ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໝາຍເລກ 1525

Related Posts

ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ Featured
ເຫດທີ່ທ່າແຂກແມ່ນປະຕິບັດການຈັບກຸມຜູ້ຄ້າຂາຍຢາເສບຕິດ Featured
ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ Featured
ທົ່ວປະເທດເພີ່ມເກືອບພັນສອງຮ້ອຍຄົນແຂວງຫົວພັນຕິດສອງຄົນ Featured
ປັບລາຄານໍ້າມັນຂຶ້ນອີກຄັ້ງ ເລີ່ມ 25 ກຸມພາ 2022 Featured
ຂ່າວດ່ວນໂຄວິດພາກຊີວິດໄປອີກຄົນແລ້ວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme