Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຫຼວງພະບາງມີຜູ້ຕິດໂຄວິດເສຍຊີວິດແລ້ວສອງຄົນ

Posted on 20/10/202120/10/2021 By ປະກາດ Pakaad No Comments on ແຂວງຫຼວງພະບາງມີຜູ້ຕິດໂຄວິດເສຍຊີວິດແລ້ວສອງຄົນ

ຫຼວງພະບາງ: ທ່ານດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍ ແຂວງຫລວງພະບາງ ໄດ້ຕາງໜ້າ ຄະນະສະເພາະກິດເພື່ອ ປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈໍາວັນທີ 19 ຕຸລາ 2021 ນີ້ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນແຂວງຫຼວງພະບາງ ທ່ານກ່າວວ່າ:

ຄັ້ງວັນທີ 18 ຕຸລາ 2021 ແຂວງຫຼວງພະບາງກວດພົບຜູ້ຕິດເຊື້ອໃໝ່ 72 ກໍລະນິ, ໃນນີ້ ນະຄອນຫຼວງ ພະບາງ 41 ກໍລະນີ, ເມືອງປາກອູ 22 ກໍລະນີ, ເມືອງ ວຽງຄຳ 2 ກໍລະນີ, ເມືອງງອຍ 5 ກໍລະນີ ແລະເມືອງນ້ຳບາກ 2 ກໍລະນີ, ເຮັດໃຫ້ຈຳນວນ ຜູ້ຕິດເຊື້ອສະສົມມີທັງໝົດ 1,945 ຄົນ, ປີ່ນປົວຫາຍດີ 347 ກໍລະນີ, ສືບຕໍ່ປີ່ນປົວຢູ່ 1.593 ກໍລະນີ, ເສຍຊີວິດໃໝ່ 1 ຄົນ, ລວມຜູ້ເສຍຊີວິດສະສົມມາເຖີງປັດຈຸບັນມີ 2 ຄົນ,

ສຳລັບ ຜູ້ເສຍຊີວິດໃໝ່ແມ່ນ ເພດຍີງ, ອາຍຸ 51 ປີ, ສັນຊາດລາວ, ອາຊີບແມ່ເຮືອນ, ຢູ່ບ້ານໂພນໄຊ ຫຼື ບ້ານປາກມູດ, ນະຄອນ ຫຼວງພະບາງ ພາຍຫຼັງກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໄດ້ເຂົ້າປີ່ນປົວຢູ່ໂຮງໝໍແຂວງ ໃນວັນທີ 12 ຕຸລາ 2021 ແລະເສຍຊີວິດໃນວັນທີ 18 ຕຸລາ 2021 ປະຫວັດຜ່ານມາຄົນເຈັບມີພະຍາດປະຈໍາຕົວເປັນເບົາຫວານ ແລະໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ.

ສ່ວນຜູ້ທີ່ 1 ທີ່ເສຍຊິວິດ ວັນທີ 12 ຕຸລາ 2021 ຄົນເຈັບເສຍຊີວິດ ເປັນເພດຊາຍອາຍຸ 60 ປີ ສັນຊາດລາວ, ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນ ຫຼວງພະບາງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021 ເວລາ 20 ໂມງ 40 ນາທີ, ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອພະຍາດໂຄວິດ-19 ປະ ຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕິບຕັນ, ອໍາມະ ພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບເສຍຊີວິດໃນວັນທີ່ 12 ຕຸລາ 2021 ເວລາ 24 ໂມງ 00 ນາທີ

Featured, ໂຄວິດ-19

Post navigation

Previous Post: ຄົນເຈັບຕິດໂຄວິດເສຍຊິວິດໃໝ່ທັງສອງຢູ່ນະຄອນຫຼວງວຽງຈັນ
Next Post: ແຂວງສາລະວັນສັ່ງລັອກດ່າວດ່ານສາກົນລະໄລ 3ວັນ

Related Posts

ການຕະຫຼາດອອນລາຍຍຸກໃໝ່ ທີ່ແບຣນຕ້ອງເພິ່ງພາ ອິນຟູເຊັນເຊີ້ Featured
ຖວທ ແຈ້ງການ ຂໍ້ຫ້າມເດັດຂາດ 5-30 ເມສາ 2022 Featured
ຍີ່ປຸ່ນ ໃຫ້ການຊ່ວຍເຫລືອອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ແກ່ ສປປ ລາວ ມູນຄ່າ 3 ລ້ານກວ່າໂດລ້າສະຫະລັດ Featured
EU ຊ່ວຍລາວ 515.000.000.000 ກີບ ໃຊ້ໃນວຽກງານການສຶກສາ ແລະ ໂພສະນາການ Featured
ເຕືອນພາຍຸໄລອອນຣັອກປ່ຽນເປັນດີເປລຊັນຮອດລາວຝົນຕົກກວມທຸກພາກ Featured
ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme