Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄົນເຈັບຕິດໂຄວິດເສຍຊິວິດໃໝ່ທັງສອງຢູ່ນະຄອນຫຼວງວຽງຈັນ

Posted on 20/10/202120/10/2021 By ປະກາດ Pakaad No Comments on ຄົນເຈັບຕິດໂຄວິດເສຍຊິວິດໃໝ່ທັງສອງຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ: ຕາມການລາຍງານ ຂອງຖະແຫຼງຂ່າວຈາກຄະນະສະເພາະກິດ ປະຈຳວັນທີ 20 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ເພີ່ມອີກ 2 ຄົນ ສະສົມແລ້ວ 47 ຄົນ.

ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ລາຍລະອຽດ ດັ່ງນີ້ :

ຜູ້ທີ 1: ເພດຍິງ, ອາຍຸ 83 ປີ, ບ້ານ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ.

  • ພະຍາດປະຈຳຕົວມີ ຄວາມດັນເລືອດສູງ, ຫົວໃຈເຕັ້ນນອກລະບົບ.
  • ຜ່ານມາ ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ
  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອ ເບື້ອງຕົ້ນໄດ້ເຂົ້ານອນປີ່ນປົວຢູ່ສູນດາວເຮືອງໃນວັນທີ 03/10/2021.
  • ຫລັງຈາກນັ້ນໃນວັນທີ 04/10/2021ໄດ້ຍ້າຍເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 04/10/2021-19/10/2021
  • ຮອດເວລາ 15:45 ໂມງຂອງວັນທີ 19/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍຸ 63 ປີ, ບ້ານປາກຕອນ, ເມືອງສັງທອງ, ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ ມີ ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ສັກຢາວັກຊີນກັນໂຄວິດຄົບ
  • ຜູ້ກ່ຽວມີອາການລ່ອຍມາຈາກເສັ້ນເລືອດສະໝອງຕີບໄດ້ໜຶ່ງອາທິດ ໄປປິ່ນປົວຢູ່ໂຮງໝໍ ແລະ ສືບຕໍ່ກິນຢາຢູ່ເຮືອນ
  • ກ່ອນໜ້າມາໂຮງໝໍອາການໜັກຂື້ນ ຈຶ່ງມາກວດຢູ່ໂຮງໝໍ 103 ແລະ ເກັບຕົວຢ່າງກວດ ຜົນພົບເຊື້ອໂຄວິດ-19 ຈຶ່ງໄດ້ເຂົ້າປິ່ນປົວ ໃນວັນທີ 17/10/21
  • ວັນທີ 18/10/21: ບໍ່ຮູ້ສະຕິ, ຖາມຕອບບໍ່ໄດ້, ອິດເມື່ອຍ ທ່ານໝໍໄດ້ຕິດຕາມຢ່າງໄກ້ຊິດ ແລະ ເຊີດຊູຢ່າງເຕັມສຸດຄວາມ ສາມາດ ແຕ່ຄົນເຈັບອາການບໍ່ດີຂື້ນ ມາຮອດເວລາ 10:30 ໂມງ ຂອງວັນທີ 19/10/21 ຄົນເຈັບໄດ້ເສຍຊີວິດ.

.

Featured, ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ແຂວງຫຼວງນໍ້າທາສືບຕໍ່ມາດຕະການຮອດ 26 ຕຸລາ 2021
Next Post: ແຂວງຫຼວງພະບາງມີຜູ້ຕິດໂຄວິດເສຍຊີວິດແລ້ວສອງຄົນ

Related Posts

ຜົນສໍາເລັດ ກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI Featured
ກອງປະຊຸມທາງໄກຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 17 ຂ່າວສານບ້ານເມືອງ
ສຸດປະທັບໃຈ ເກັບຄໍາໄດ້ສາມບາດ ສົ່ງຄືນເຈົ້າຂອງ Featured
ຖະແຫຼງຂ່າວ ວັນທີ 7 ມິຖຸນາ 2021 ຕິດເຊື້ອເພີ່ມ 5 ຄົນ ຈາກ 3 ແຂວງ Featured
ຂ່າວດ່ວນ! ເມືອງພູຄູນ ປະກາດລັອກດ່າວ ເລີ່ມ 3 ສິງຫາ ເປັນຕົ້ນໄປ ຂ່າວສານບ້ານເມືອງ
ເມືອງແມດ ຮ່ວມກັບ ບໍລິສັດ ວຽງໄຊ ດວງປັນຍາ ສໍາຫຼວດ ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme