Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສາເຫດ ແລະ ວິທີແກ້ອາການເຫງົານອນໃນຍາມເຮັດວຽກ ຫຼື ຮຽນໜັງສື

Posted on 21/08/202121/08/2021 By ປະກາດ Pakaad No Comments on ສາເຫດ ແລະ ວິທີແກ້ອາການເຫງົານອນໃນຍາມເຮັດວຽກ ຫຼື ຮຽນໜັງສື

ເຊື່ອວ່າຫຼາຍທ່ານປະສົບບັນຫານີ້ແມ່ນບໍ່? ຢາກນອນ ເວລາຮຽນໜັງສື ຫຼື ເຮັດວຽກ.

-ສາເຫດຂອງການຢາກນອນ ແມ່ມ ເກີດຈາກການນອນຫລັບ ຫລື ພັກຜ່ອນບໍ່ພຽງພໍ ເຊັ່ນ: ນອນເດິກ ບໍ່ສາມາດເຂົ້າສູ່ໄລຍະຫລັບເລິກໄດ້, ນອນໂກນສຽງດັງ, ຫລັບແລ້ວຕື່ນຫລາຍເທື່ອຈາກອາການຢຸດຫາຍໃຈຂະນະຫລັບ ຫລື ຖືກລົບກວນຢູ່ເປັນໄລຍະໆ, ບໍ່ຕໍ່ເນື່ອງໝົດຄືນ ສົ່ງຜົນເຮັດໃຫ້ອ່ອນເພຍ ແລະ ເຫງົານອນຕອນກາງເວັນ.

-ເກີດຈາກຄວາມຜິດປົກກະຕິຂອງລະບົບປະສາດທີ່ເຮັດໃຫ້ກົນໄກຄວບຄຸມຜິດປົກກະຕິ ເຊັ່ນ:ຄົນທີ່ເຄີຍໄດ້ຮັບອຸປະຕິເຫດທາງສະໝອງ, ພະຍາດຫລອດເລືອດສະໝອງ, ຊີ້ນປົ່ງໃນສະໝອງ ຈະນອນຫລາຍກ່ວາປົກກະຕິ. ນອກຈາກນີ້, ໃນທາງການແພດມີພະຍາດທີ່ເຮັດໃຫ້ມີອາການເຫງົານອນຫລາຍຜິດປົກກະຕິອື່ນໆນຳ.

-ສາເຫດຈາກເລືອດໄປລ້ຽງສະໝອງໄດ້ໜ້ອຍ ເຊິ່ງມີຫລາຍສາເຫດດັ່ງນີ້: ກະດູກຄໍຂໍ້ທີ່ໜຶ່ງເຄື່ອນໄປທັບເສັ້ນປະສາດ ຫລື ເສັ້ນເລືອດທີ່ໄປລ້ຽງສະໝອງ, ກິນອາຫານທີ່ຂົ້ວໃສ່ນຳ້ມັນຫລາຍເປັນປະຈຳ ແລ້ວເກີດໄຂມັນຈັບຈົນຂຸ້ນໜຽວສະສົມໃນລຳໄສ້ ກໍ່ມີໂອກາດເຮັດໃຫ້ເລືອດໄປລ້ຽງສະໝອງໄດ້ໜ້ອຍ ເພາະລະບົບດູດຊຶມເສື່ອມ ແລະ ຖົງນຳ້ບີຂຸ້ນ, ມີແມ່ທ້ອງໃນລຳໄສ້ ຫລື ພະຍາດຢູ່ຜິວໜັງຈະກັດກິນເລືອດໃນຮ່າງກາຍ, ບໍ່ກິນເຂົ້າເຊົ້າເປັນສາເຫດໃຫ້ເລືອດບໍ່ລ້ຽງສະໝອງ ແລະ ຄວນສັງເກດອາການເລືອດໄປລ້ຽງສະໝອງບໍ່ພໍ ຫລື ເລືອດໄປລ້ຽງສະໝອງໄດ້ໜ້ອຍ ຈະເລີ່ມມີອາການດັ່ງຕໍ່ໄປນີ້ ເຊັ່ນ: ຜົມຫລົ່ນ, ໜ້າເຖົ້າໄວ, ຄໍອັກເສບງ່າຍ, ນອນບໍ່ຄ່ອຍຫລັບ, ນອນບໍ່ເຕັມອີ່ມ ແລະ ຝັນຫລາຍ.

-ການເຮັດວຽກຂອງໂມງຊີວິດ ຫລື ໂມງຊີວະພາບຢູ່ໃນເວລາຫລັບ: ມີແຮງຊຸກຍູ້ເຮັດໃຫ້ຫລັບຕະຫລອດເວລາ ເຊັ່ນ: ໂມງຊີວິດຢູ່ໃນເວລາຫລັບ, ແຕ່ຈຳເປັນຕ້ອງຕື່ນຍ້ອນພາລະໜ້າທີ່ວຽກງານ, ຢາກຫລັບກໍ່ຕ້ອງຕື່ນ, ເຂົ້ານອນ ແລະ ຕື່ນນອນບໍ່ເປັນເວລາ.

-ກົນໄກຂອງການຫາວ: ຮ່າງກາຍຂອງຄົນເຮົາມີອາຍກາກໂບນິກ ແລະ ກົດແລັກຕິກຢູ່ໃນກ້າມຊີ້ນ ແລະ ກະແສເລືອດສູງ ຮ່າງກາຍບໍ່ສາມາດໄລ່ອອກທາງລົມຫາຍໃຈເຂົ້າອອກໄດ້ທັນ ຈຶ່ງມີການສືບລົມຫາຍໃຈທີ່ຍາວຂຶ້ນ ແລະ ການປ່ອຍລົມອອກດົນກ່ວາເກົ່າ ຫລື ເຮົາເອີ້ນວ່າຫາວນອນ. ສ່ວນການຫາວນອນແລ້ວມີນຳ້ຕາໄຫລອອກມານັ້ນ ເປັນຍ້ອນເຮົາຫາວນອນແລ້ວກ້າມຊີ້ນບໍລິເວນໃບໜ້າຈະເຄັ່ງ ແລະ ດຶງກ້າມຊີ້ນບໍລິເວນຕ່ອມນຳ້ຕາ ເຮັດໃຫ້ຕ່ອມນຳ້ຕາບີບໂຕ ແລະ ນຳ້ຕາທີ່ບັນຈຸຢູ່ພາຍໃນກໍ່ຈະອອກມາໃນເວລາກ່ອນເຮົາຈະຫາວນອນແລ້ວ ບໍ່ແມ່ນວ່າເຮົາເຫງົານອນຈຶ່ງຫາວ, ແຕ່ເຮົາຫາວນອນຍ້ອນຮ່າງກາຍໄດ້ເຮັດວຽກໜັກຈົນຮ່າງກາຍມີການສະສົມຂອງອາຍກາກໂບນິກ ເຮັດໃຫ້ເຮົາຫາວ ແລະ ຮູ້ສຶກຢາກຈະພັກຜ່ອນ. ສ່ວນເວລາທີ່ເຮົາຕື່ນນອນຂຶ້ນມາເຮົາກໍ່ຫາວນອນຄືກັນ ຍ້ອນຂະນະຫລັບນັ້ນເຮົາຈະຫາຍໃຈໃນປະລິມານໜ້ອຍກ່ວາເວລາຕື່ນເຖິງ 50 ເທົ່າ, ແຕ່ເມື່ອເຮົາຕື່ນຈາກການນອນຫລັບຂຶ້ນມາແລ້ວ ອະໄວຍະວະຕ່າງໆໃນຮ່າງກາຍເລີ່ມເຮັດວຽກກໍ່ຕ້ອງການອົກຊີແຊນຫລາຍຂຶ້ນ ເຮົາຈຶ່ງຫາວນອນ.

ສ່ວນວິທີແກ້ອາການເຫງົານອນ ຫລື ຫາວນອນໃນເວລາເຮັດວຽກ ຫລື ຮຽນໜັງສືມີດັ່ງນີ້:

-ກິນເຂົ້າເຊົ້າຫລາຍຂຶ້ນ ແລະ ກິນເຂົ້າສວາຍໃນປະລິມານທີ່ພໍດີພໍງາມ ບໍ່ກິນຫລາຍຈົນເກີນໄປ.

-ອອກກຳລັງກາຍທຸກມື້ ເພາະການອອກກຳລັງກາຍຈະເຮັດໃຫ້ການລຳລຽງອົກຊີແຊນໄປທົ່ວຮ່າງກາຍໄດ້ຄ່ອງແຄ້ວ ຈຶ່ງເຮັດໃຫ້ອາການເຫງົານອນຫລັງກິນເຂົ້າສວາຍຫລຸດລົງໄດ້.

-ເຮັດວຽກທີ່ຕ້ອງໃຊ້ສະມາທິ ແລະ ຄວາມຄິດໃນຕອນເຊົ້າ.

-ຖ້າບໍ່ໄຫວແທ້ໆກໍ່ໃຫ້ເຊືອບຫລັບຈັກໜ້ອຍກ່ອນຈະລົງມືເຮັດວຽກ.

-ຝຶກສະມາທິ ໃຊ້ເວລາປະມານ 5 ນາທີຫລັງກິນເຂົ້າສວາຍນັ່ງສະມາທິ ກໍານົດລົມຫາຍໃຈ ພ້ອມເປີດເພງບັນເລງຄ່ອຍໆກໍ່ສາມາດເຮັດໃຫ້ອາການເຫງົານອນຫລຸດລົງໄດ້.

-ເຫງົານອນຫລາຍກໍ່ລຸກຂຶ້ນມາຍ່າງເລາະ.

-ລ້າງໜ້າກໍ່ຊ່ວຍໃຫ້ເຊົາເຫງົານອນໄດ້.

-ສ້າງອາລົມດີ, ມັກມ່ວນ.

-ຈັດເວລາການນອນ ເພາະການນອນຫລັບພັກຜ່ອນໃຫ້ພຽງພໍ ແລະ ເປັນເວລາຈະຊ່ວຍຫລຸດບັນຫາການເຫງົານອນໃນຍາມເຮັດວຽກ ຫລື ຮຽນໜັງສືໄດ້.

-ເຄື່ອງດື່ມກໍ່ຊ່ວຍຫລຸດອາການເຫງົານອນໄດ້ ເຊັ່ນ: ດື່ມກາເຟ ຫລື ນຳ້ໝາກໄມ້ຫາກຈຳເປັນ.

-ງົດດື່ມເຄື່ອງດື່ມທີ່ມີແອວກໍຮໍ, ງົດກິນຢານອນຫລັບ ຫລື ຢາກ່ອມປະສາດ, ຫລີກເວັ້ນການດື່ມນຳ້ຊາ ຫລື ກາເຟ.

Featured, ສຸຂະພາບ

Post navigation

Previous Post: ວາລະແຫ່ງຊາດມີຫຼາຍກວ່າ 9 ພັນບັນຊີ ທີ່ຕ້ອງກວດລ້າງຢູ່ນະຄອນຫຼວງວຽງຈັນ
Next Post: ຂ່າວດ່ວນ! ທີ່ນະຄອນປາກເຊ ໄຟໄໝ້ເສຍຫາຍໜັກ! (ມີຄລິບ)

Related Posts

ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ Featured
ປະກາດຊອກຫາ ທ້າວສົມຫມໍ ຈາກບ້ານໄປຊອກເຮັດວຽກທີ່ບໍ່ແກ້ວ ໄດ້ 2 ປີປາຍແລ້ວບໍ່ຮູ້ຂ່າວ Featured
ພະຍາກອນອາກາດ ປະຈໍາວັນທີ 18 ຕຸລາ 2021 Featured
ອ່ານດ່ວນແຂວງອັດຕະປືປິດການເດີນທາງເມືອງຕໍ່ເມືອງ Featured
ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ Featured
ຄວາມຄືບໜ້າໂຄງການທາງດ່ວນນະຄອນຫຼວງ-ໄຊສົມບູນ-ຊຽງຂວາງ-ຫົວພັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme